Namtheun1 Power Company Ltd.,

Namtheun1 Power Company Ltd., Contact information, map and directions, contact form, opening hours, services, ratings, photos, videos and announcements from Namtheun1 Power Company Ltd.,, Energy Company, Unit 15, Sithong Road, Pakthang Village, Sikhottabong District, Lao PDR, Vientiane.

Namtheun 1 Power Company Limited (NT1PC) was authorized by the Goverment of the Lao People's Democratic Republic (GOL) to Develop, own and operate the Nam Theun 1 Hypdropower Project (NT1HPP). the Project is Located on The Nam Kading River in Bolikhamxay Province, approximately 33 Km upstream of its confluence with the Mekong, and 220 KM from Vientiane

09/06/2026

ຄວາມປອດໄພເລີ່ມຕົ້ນຈາກການກຽມຄວາມພ້ອມ. ໃນມື້ວັນທີ 22 ພຶດສະພາ 2026, ທີມງານ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ພ້ອມດ້ວຍຜູ້ຮັບເໝົາ ບໍລິສັດ E&E Engineering and Service Co., Ltd. ໄດ້ດຳເນີນການຝຶກຊ້ອມແຜນຮັບມືເຫດການສຸກເສີນ (EAP-Emergency Action Plan) ໃຫ້ແກ່ພະນັກງານທຸກພາກສ່ວນທີ່ຫ້ອງການພາກສະໜາມເມືອງປາກກະດິງ ເພື່ອຝຶກຊ້ອມວິທີການຮັບມືກັບສະຖານະການສຸກເສີນເຂື່ອນຫຼົ້ມເຫຼວຮ້າຍແຮງ.

ການຝຶກຊ້ອມດັ່ງກ່າວຊ່ວຍສ້າງຄວາມຮັບຮູ້, ປັບປຸງການປະສານງານ ແລະ ຮັບປະກັນວ່າທຸກຄົນຮູ້ວ່າຕ້ອງເຮັດຫຍັງ ໃນສະຖານະການທີ່ທຸກວິນາທີມີຄວາມໝາຍ.
_____

Safety starts with preparedness. On 22 May 2026, NT1PC, together with its contractor, E&E Engineering and Service, conducted an Internal EAP (Emergency Action Plan) Drill involving staff from all sections to practice how we respond to a dam failure emergency.

These drills help build awareness, improve coordination, and ensure everyone knows what to do when every second counts.

🔊We Are Opening Opportunities for Position!📍Operational SupportBased in NT1PC HQ Office, Vientiane CapitalPlease learn m...
08/06/2026

🔊We Are Opening Opportunities for Position!
📍Operational Support
Based in NT1PC HQ Office, Vientiane Capital
Please learn more details of these position at:https://www.nt1pc.com/wp-content/uploads/2026/06/Job-Advertisement-_-Operational-Support.pdf
⏰Deadline: 19 June 2026!
---------------------------
For more information, please contact our Human Resources Section at:
📞 Tel: 856-21 550 775; Fax: 856-21 550 680
📧 E-mail to: [email protected]
🙏Please help us share this to potential candidates!


ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜຸນນັກຮຽນຜູ້ທີ່ມີຜົນງານດີເດັ່ນທີ່ໂຮງຮຽນມັດທະຍົມຕອນຕົ້ນໂພນສີບໍລິສັດ ໄຟຟ້າ ນໍ້າເທີນ ...
04/06/2026

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜຸນນັກຮຽນຜູ້ທີ່ມີຜົນງານດີເດັ່ນທີ່ໂຮງຮຽນມັດທະຍົມຕອນຕົ້ນໂພນສີ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜັບສະໜູນເງິນລາງວັນດ້ານການສຶກສາມູນຄ່າ 4,000,000 ກີບ ໃຫ້ແກ່ນັກຮຽນເກັ່ງຂອງໂຮງຮຽນມັດທະຍົມຕອນຕົ້ນໂພນສີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ປະຈຳສົກຮຽນ 2025-2026.

ພິທີການມອບ-ຮັບລາງວັນໄດ້ຈັດຂຶ້ນທີ່ ໂຮງຮຽນມັດທະຍົມຕອນຕົ້ນໂພນສີ ໃນວັນທີ 29 ພຶດສະພາ 2026, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 280 ຄົນຈາກຫຼາກຫຼາຍພາກສ່ວນ, ບໍ່ວ່າຈະເປັນ ຫ້ອງການສຶກສາ-ກິລາ ເມືອງປາກກະດິງ, ບັນດາຄູອາຈານ, ອຳນາດການປົກຄອງບ້ານ, ຜູ້ປົກຄອງນັກຮຽນ ແລະ ນ້ອງນ້ອຍນັກຮຽນ.

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ, ນຳໂດຍ ທ່ານ ກິດຕິສັກ ບຸບຜາ, ຮອງຜູ້ຈັດການຝ່າຍສິ່ງແວດລ້ອມ ແລະ ທີມງານກໍໄດ້ເຂົ້າຮ່ວມ. ນອກຈາກນີ້, ທ່ານ ກິດຕິສັກ ຕາງໜ້າຂອງບໍລິສັດ ໄດ້ຂຶ້ນມອບລາງວັນໃຫ້ແກ່ບັນດານ້ອງນັກຮຽນທີ່ມີຜົນການຮຽນດີ ສາມາດເສັງໄດ້ອັນດັບທີ 1, 2, 3 ໃນການສອບເສັງຂອງໂຮງຮຽນອີກດ້ວຍ.

ການສະໜັບສະໜູນໃນຄັ້ງນີ້ ເປັນການສະໜັບສະໜູນຄັ້ງທີ 3 ນັບຕັ້ງແຕ່ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ດຳເນີນການຜະລິດໄຟ. ບໍລິສັດພູມໃຈທີ່ໄດ້ປະກອບສ່ວນໃນການພັດທະນາຊຸມຊົນ ໂດຍສະເພາະສະໜັບສະໜຸນເຍົາວະຊົນຜູ້ທີ່ມີຄວາມຫ້າວຫັນ ແລະ ຕັ້ງໃຈໃນການສຶກສາຮໍ່າຮຽນ.

ນໍ້າເທີນ 1 ຫວັງຢ່າງຍິ່ງວ່າລາງວັນທີ່ນ້ອງໆໄດ້ຮັບຈະຊ່ວຍຜັກດັນພວກເຂົາໃຫ້ມີກຳລັງໃຈໃນການສຶກສາຮໍ່າຮຽນຢ່າງບໍ່ຢຸດຢັ້ງ ແລະ ປະສົບຜົນສຳເລັດທີ່ຍິ່ງໃຫຍ່ຂຶ້ນໃນອານາຄົດ. ນໍ້າເທີນ 1 ເຊື່ອວ່າ ລາງວັນອັນນ້ອຍໆທີ່ນ້ອງໆໄດ້ຮັບໃນມື້ນີ້ ຈະພານ້ອງໆໄປສູ່ລາງວັນທີ່ໃຫຍ່ຂຶ້ນໃນຊີວິດຂອງພວກເຂົາ.
______

Nam Theun 1 Power Company Limited Supports Outstanding Students at Phonsy Secondary School

Nam Theun 1 Power Company Limited (NT1PC) provided educational support worth 4,000,000 LAK to outstanding students of Phonsy Secondary School in Pakkading District, Bolikhamxay Province, for the 2025–2026 academic year.

The award ceremony was held at Phonsy Secondary School on 29 May 2026 and was attended by more than 280 participants from various sectors, including representatives from the Pakkading District Education and Sports Office, village authorities from Phonchalern Village, teachers, parents, and students.

NT1PC was represented by Mr. Kittisack Boupha, Deputy Manager of the Environment Section, along with members of the company’s team. On behalf of NT1PC, Mr. Kittisack presented awards to students who achieved excellent academic performance, including those who ranked 1st, 2nd, and 3rd in the school’s academic examinations.

This marks the third time NT1PC has supported this annual event since the commencement of commercial operations (COD). The company is proud to contribute to community development, particularly by encouraging young people who demonstrate dedication and excellence in their studies.

NT1PC sincerely hopes that these awards will motivate students to continue pursuing their education and achieving even greater success in the future. The company believes that small acts of encouragement today can inspire significant accomplishments tomorrow.

ການຮັບປະກັນຄວາມປອດໄພຂອງວິສະວະກອນທີ່ເຮັດວຽກພາຍໃນອຸໂມງກວດກາຄວາມປອດໄພ ບໍ່ໄດ້ໝາຍເຖິງພຽງແຕ່ການປະຕິບັດຕາມຄຳແນະນຳ ແລະ ແນວທາງການ...
26/05/2026

ການຮັບປະກັນຄວາມປອດໄພຂອງວິສະວະກອນທີ່ເຮັດວຽກພາຍໃນອຸໂມງກວດກາຄວາມປອດໄພ ບໍ່ໄດ້ໝາຍເຖິງພຽງແຕ່ການປະຕິບັດຕາມຄຳແນະນຳ ແລະ ແນວທາງການປະຕິບັດທີ່ດີເທົ່ານັ້ນ ແຕ່ຕ້ອງມີລະບົບຮັກສາຄວາມປອດໄພທີ່ເຊື່ອຖືໄດ້ເພື່ອຊ່ວຍປົກປ້ອງຊີວິດຂອງພວກເຂົາພ້ອມ.

ນີ້ແມ່ນບັນດາລະບົບທີ່ສຳຄັນທີ່ຖືກຕິດຕັ້ງໄວ້ ເພື່ອສະໜັບສະໜູນການເຮັດວຽກທີ່ປອດໄພ:
🌬ລະບົບລະບາຍອາກາດເພື່ອເຮັດໃຫ້ອາກາດຖ່າຍເທໄດ້ດີ
🤖ເຄື່ອງກວດຈັບອາຍກາສຕ່າງໆ ເພື່ອສົ່ງແຈ້ງເຕືອນຫາກວ່າອາກາດບໍ່ປອດໄພ
💡ລະບົບໃຫ້ແສງສະຫວ່າງເພື່ອໃຫ້ເບິ່ງເຫັນໄດ້ຊັດເຈນ
📱ລະບົບການສື່ສານເພື່ອໃຫ້ວິສະວະກອນສາມາດຕິດຕໍ່ສື່ສານກັນໄດ້
💧ລະບົບລະບາຍນໍ້າ ແລະ ປໍ້ານໍ້າ ເພື່ອປ້ອງກັນນໍ້າຖ້ວມຂັງ
🚪ທາງອອກສຸກເສີນ ແລະ ຂັນໄດເພື່ອໃຫ້ອົບພະຍົບໄດ້ຢ່າງວ່ອງໄວ
🚧ຮາວຈັບ ແລະ ທາງຍ່າງທີ່ປອດໄພ ເພື່ອຫຼຸດຄວາມສ່ຽງຈາກການມື່ນລົ້ມ

ມາດຕະການເຫຼົ່ານີ້ເຮັດວຽກຮ່ວມກັນເພື່ອຊ່ວຍໃຫ້ວິສະວະກອນສາມາດເຮັດວຽກໄດ້ຢ່າງປອດໄພ ພ້ອມທັງຮັກສາເຂື່ອນຂອງເຮົາໃຫ້ແຂງແຮງ ແລະ ໝັ້ນຄົງ 💪🌊
_____
Ensuring the safety of engineers working inside dam inspection galleries goes beyond just following guidelines and best practices—reliable safety systems must also be in place to protect them. 👷‍♂️💧

Here are some key systems that support safe working conditions:
🌬Ventilation systems to keep fresh air circulating
🤖Gas detectors to alert if air becomes unsafe
💡Lighting systems to ensure clear visibility
📱Communication systems to keep engineers connected
💧Drainage and pumping systems to prevent water buildup
🚪Emergency exits and ladders for quick evacuation
🚧Handrails and safe walkways to reduce slipping risks

All these measures work together to help engineers carry out their critical tasks safely—while keeping our dams strong, stable, and reliable 💪🌊

ຄະນະບໍລິຫານງານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ລົງຕິດຕາມ  ແລະ ຊຸກຍູ້ວຽກງານ ໂຄງການເຂື່ອນໄຟຟ້ານ້ຳເທີນ 1ໃນວັນທີ 08 ເມສາ ...
19/05/2026

ຄະນະບໍລິຫານງານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ລົງຕິດຕາມ ແລະ ຊຸກຍູ້ວຽກງານ ໂຄງການເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 08 ເມສາ 2026, ຄະນະຜູ້ບໍລິຫານງານ ຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ໃນນາມຜູ້ຖືຮຸ້ນໃຫຍ່ ຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 1 ຈຳກັດ (NT1PC) ໄດ້ຢ້ຽມຢາມ ໂຄງການເຂື່ອນໄຟຟ້ານ້ຳເທີນ 1 ທີ່ແຂວງ ບໍລິຄຳໄຊ ເພື່ອຕິດຕາມ ແລະ ຊຸກຍູ້ການດຳເນີນງານຢູ່ພາກສະໜາມ. ນອກນີ້, ການຢ້ຽມຢາມຍັງມີຈຸດປະສົງເພື່ອໃຫ້ຄໍາແນະນໍາທີ່ຄົບຖ້ວນ ແລະ ວາງແຜນພັດທະນາ ເພື່ອຍົກລະດັບຄຸນນະພາບຊີວິດຂອງພະນັກງານ ແລະ ຜູ້ຊ່ຽວຊານພາກສະໜາມ ຜ່ານການສ້າງສະພາບແວດລ້ອມການເຮັດວຽກທີ່ດີຂຶ້ນ.😌💪

ການລົງພື້ນທີ່ໃນຄັ້ງນີ້ ຍັງໄດ້ໃຫ້ຄວາມສຳຄັນໃນການວາງແຜນປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານ ພ້ອມສິ່ງອຳນວຍຄວາມສະດວກ ລວມເຖິງການປັບປຸງທັດສະນີຍະພາບພາຍໃນໂຄງການໃຫ້ມີຄວາມສວຍງາມ, ຮົ່ມເຢັນ ແລະ ອຸດົມສົມບູນ ກົມກຽວກັບທຳມະຊາດ. ນອກຈາກນັ້ນ, ຄະນະບໍລິຫານຍັງໄດ້ຫາລືແຜນການສ້າງຈຸດເດັ່ນ (Landmark) ຂອງໂຄງການ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ແຂກ ແລະ ຄະນະຜູ້ເຂົ້າຢ້ຽມຢາມ.🌿

ການປັບປຸງ ແລະ ພັດທະນາດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ໃນການຍົກລະດັບສະພາບແວດລ້ອມຂອງໂຄງການ ທັງເປັນການສົ່ງເສີມສະຫວັດດີພາບ ແລະ ຄວາມເປັນຢູ່ທີ່ດີຂອງພະນັກງານ ພ້ອມທັງເສີມສ້າງພາບລັກຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 1 ໃຫ້ມີຄວາມທັນສະໄໝ ແລະ ເປັນສະຖານທີ່ທີ່ໜ້າຢູ່ອາໄສຍິ່ງຂຶ້ນ.✨

ນອກຈາກການຫາລືແຜນການພັດທະນາສິ່ງອຳນວຍຄວາມສະດວກແລ້ວ, ຄະນະບໍລິຫານງານ ຍັງໄດ້ວາງແຜນຍຸດທະສາດ ໃນການບໍລິຫານຈັດການ ແລະ ຄຸ້ມຄອງການຜະລິດໄຟຟ້າ ປະຈຳປີ 2026 ໃຫ້ມີປະສິດທິພາບສູງສຸດ ເພື່ອຮັບປະກັນການດຳເນີນງານທີ່ຕໍ່ເນື່ອງ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ໂຄງການ.
_____

The Management of Chaleun Sekong Energy Company Limited (CSE) monitors and promotes the operations of the Nam Theun 1 Hydropower Project.

On April 8, 2026, the Management of Chaleun Sekong Energy Company Limited (CSE), the major shareholder of Nam Theun 1 Power Company Limited (NT1PC), visited the Nam Theun 1 Hydropower Project site in Bolikhamxay Province to monitor and support operations at the site. The visit also aimed to provide comprehensive guidance and develop plans to improve the quality of life for staff and field experts by creating a better working environment.😌💪

The site visit also focused on planning improvements and developments to infrastructure and facilities, including enhancing the landscape within the project area to create a greener, more beautiful environment that is in harmony with nature. In addition, the Management discussed plans to establish a landmark for the project to create a positive impression on guests and visiting delegations.🌿

These improvements and developments reflect the company’s commitment to upgrading the project environment, promoting employee well-being, and enhancing the image of the Nam Theun 1 Hydropower Project as a modern and more livable workplace.✨

At the same time, the Management also discussed strategies for the management and control of electricity generation in 2026 to maximize efficiency, ensure continuous operations, and generate the greatest possible benefits for the project.

ການເຮັດວຽກພາຍໃນອຸໂມງກວດສອບໂຄງສ້າງເຂື່ອນຢ່າງປອດໄພ 🏗️💧ອຸໂມງກວດສອບອາດຈະເບິ່ງຄືເປັນອຸໂມງທຳມະດາ ແຕ່ແທ້ຈິງແລ້ວພວກມັນມີພື້ນທີ່ທ...
18/05/2026

ການເຮັດວຽກພາຍໃນອຸໂມງກວດສອບໂຄງສ້າງເຂື່ອນຢ່າງປອດໄພ 🏗️💧

ອຸໂມງກວດສອບອາດຈະເບິ່ງຄືເປັນອຸໂມງທຳມະດາ ແຕ່ແທ້ຈິງແລ້ວພວກມັນມີພື້ນທີ່ທີ່ຈຳກັດ ແລະ ມີຄວາມສ່ຽງສູງ. ການເຂົ້າໃຈຄວາມສ່ຽງ ແລະ ວິທີການຈັດການ ແມ່ນສິ່ງສຳຄັນເພື່ອເຮັດໃຫ້ວິສະວະກອນສາມາດເຮັດວຽກໄດ້ຢ່າງປອດໄພ.

ມີຄວາມສ່ຽງຫຍັງແດ່ທີ່ສາມາດພົບເຫັນໄດ້ໃນອຸໂມງດັ່ງກ່າວ?
⚠️ພື້ນມື່ນເນື່ອງຈາກນໍ້າຊຶມ
🌬️ປະລິມານອົກຊີແຊນຕໍ່າ ຫຼື ການໄຫຼວຽນຂອງອາກາດບໍ່ດີ
🔦 ຂໍ້ຈຳກັດໃນການເບິ່ງເຫັນ
💦ຄວາມດັນນໍ້າປ່ຽນແປງທີ່ເກີດຂຶ້ນຢູ່ຫຼັງກຳແພງ

ສະນັ້ນແລ້ວ, ນັ້ນຈຶ່ງເປັນເຫດຜົນວ່າເປັນຫຍັງຄວາມປອດໄພຈຶ່ງເປັນສິ່ງສຳຄັນອັນດັບທຳອິດ.

ກ່ອນເຂົ້າໄປປະຕິບັດງານ, ວິສະວະກອນຕ້ອງໄດ້ກະກຽມຄວາມພ້ອມ ບໍ່ວ່າຈະເປັນການກວດກາຄຸນນະພາບອາກາດ ແລະ ສວມໃສ່ເຄື່ອງປ້ອງກັນ⛑️👢ນອກນີ້, ພວກເຂົາຍັງຈະຕ້ອງໄດ້ຕິດຕໍ່ກັບທີມງານຕະຫຼອດເວລາ ແລະ ປະຕິບັດຕາມລະບຽບປະຕິບັດຢ່າງເຄັ່ງຄັດ.

ພາຍໃນອຸໂມງ, ວິສະວະກອນໄດ້ກວດສອບໂຄງສ້າງເຂື່ອນ, ຕິດຕາມອຸປະກອນ ແລະ ເບິ່ງຫາສັນຍາຜິດປົກກະຕິຕ່າງໆ ເພື່ອຮັບປະກັນວ່າເຂື່ອນຍັງຄົງມີຄວາມແຂງແຮງ ແລະ ປອດໄພສຳລັບທຸກຄົນທີ່ຢູ່ຂ້າງນອກ 📊
_____

Working inside dam galleries safely 🏗️💧

Inspection galleries may look like simple tunnels, but they’re actually confined and high-risk spaces. Understanding the risks—and how to manage them—is key to staying safe.

What risks can you face inside galleries?
⚠️ Slippery floors from water seepage
🌬️Low oxygen or poor air circulation
🔦Limited visibility
💦Water pressure changes happening behind the walls

That’s why safety is always the top priority.

Before entering, engineers carefully prepare, check the air, and wear full protective gear ⛑️👢 They stay connected with their team and follow strict procedures at all times.

Inside the gallery, they inspect the structure, monitor instruments, and look for any unusual signs—making sure the dam remains strong and safe for everyone outside 📊

🔊We Are Opening Opportunities for Position!📍Site Management Section ManagerBased in NT1PC Site Office, Pakkading Distric...
05/05/2026

🔊We Are Opening Opportunities for Position!
📍Site Management Section Manager
Based in NT1PC Site Office, Pakkading District, Bolikhamxay Province
Please learn more details of these position at:https://www.nt1pc.com/wp-content/uploads/2026/05/Job-Advertisement-_-Site-Management-Section-Manager.pdf
⏰Deadline: 19 May 2026!
---------------------------
For more information, please contact our Human Resources Section at:
📞 Tel: 856-21 550 775; Fax: 856-21 550 680
📧 E-mail to: [email protected]
🙏Please help us share this to potential candidates!


ຊົມເຊີຍວັນກຳມະກອນສາກົນ! 🌍ມື້ນີ້, ພວກເຮົາຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມທຸ່ມເທ ແລະ ການເຮັດວຽກໜັກຂອງຜູ້ອອກແຮງງານທົ່ວໂລກ ທີ...
01/05/2026

ຊົມເຊີຍວັນກຳມະກອນສາກົນ! 🌍

ມື້ນີ້, ພວກເຮົາຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມທຸ່ມເທ ແລະ ການເຮັດວຽກໜັກຂອງຜູ້ອອກແຮງງານທົ່ວໂລກ ທີ່ເປັນແຮງຂັບເຄື່ອນໃຫ້ກັບໂລກຂອງພວກເຮົາ. ຂໍຂອບໃຈເປັນພິເສດມາຍັງພະນັກງານ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ທຸກໆທ່ານ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຢ່າງສຸດຄວາມສາມາດ ໃນການຜະລິດພະລັງງານສະອາດໃຫ້ແກ່ພູມີພາກຂອງພວກເຮົາ. ພວກເຮົາຂໍຂອບໃຈໃນທຸກໆຄວາມພະຍາຍາມຂອງພວກທ່ານ ທີ່ພາໃຫ້ພວກເຮົາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ!
_____

Happy International Labor Day! 🌍

Today, we honor the dedication and hard work of workers worldwide who drive our progress. A special thank you to our incredible team at Nam Theun 1 Power Company Limited for your tireless commitment and excellence in generating clean energy for our region. We appreciate everything you do to keep us moving forward!

Address

Unit 15, Sithong Road, Pakthang Village, Sikhottabong District, Lao PDR
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621550775

Alerts

Be the first to know and let us send you an email when Namtheun1 Power Company Ltd., posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Namtheun1 Power Company Ltd.,:

Share

Category