Lao Association on Dams - LAD

Lao Association on Dams - LAD Contact information, map and directions, contact form, opening hours, services, ratings, photos, videos and announcements from Lao Association on Dams - LAD, Science, Technology & Engineering, Lao-Thai Friendship Road, Sokpaluang Village, Sisattanak District, Vientiane.

Lao Association on Dams (LAD), officially established on 29 January 2021, is dedicated to promoting sustainable dam development, technical knowledge sharing, and environmental and social responsibility in Lao PDR.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລົງຢ້ຽມຢາມ ແລະ ພົບປະ ສະມາຄົມເຂື່ອນລາວ ແລະ ຢ້ຽມຢາມ ຫ້ອງທົດລອງທັນສະໄໝ ໂຄງການຊ່ວຍເຫຼືອ ...
14/02/2026

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລົງຢ້ຽມຢາມ ແລະ ພົບປະ ສະມາຄົມເຂື່ອນລາວ ແລະ ຢ້ຽມຢາມ ຫ້ອງທົດລອງທັນສະໄໝ ໂຄງການຊ່ວຍເຫຼືອ JICA (ສ່ວນທີ່ພົວພັນກັບວຽກງານພະລັງງານ ແລະ ບໍ່ແຮ່) ຢູ່ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 11 ກຸມພາ 2026, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດລົງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະມາຄົມເຂື່ອນລາວ (ສຂລ) ທີ່ ຫ້ອງປະຊຸມໃຫຍ່ ຄະນະວິສະວະກຳສາດ (ຄວສ), ມະຫາວິທະຍາໄລແຫ່ງຊາດ ເພື່ອຮັບຟັງການລາຍງານຜົນງານ ແລະ ປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ຄວາມປອດ ຂອງເຂື່ອນ ປະກອບສ່ວນໃຫ້ການພັດທະນາພະລັງງານໄຟຟ້າໃຫ້ມີຄວາມປອດໄພ ແລະ ຍືນຍົງ.

ທ່ານ ຮສ. ປອ. ຄໍາປະເສີດ ເທບວົງສາ, ປະທານສະມາຄົມເຂື່ອນລາວ ແລະ ທັງເປັນຫົວຫນ້າຄະນະວິຊາ ຄະນະວິສະວະກຳສາດ, ພ້ອມດ້ວຍຄະນະບໍລິຫານ ສຂລ, ຄະນະກຳມະການເຕັກນິກ ແລະ ຄະນະອາຈານຈາກ ຄວສ ມຊ ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ຄະນະບໍລິຫານ ສະມາຄົມເຂື່ອນລາວ ໄດ້ລາຍງານສະພາບລວມ ແລະ ຜົນສຳເລັດການເຄື່ອນໄຫວທີ່ພົ້ນເດັ່ນຂອງສະມາຄົມ ໃນໄລຍະຜ່ານມາ ເຊິ່ງ ສຂລ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2021 ເພື່ອເປັນສູນກາງໃນການຮ່ວມມື ພາກລັດ, ເອກະຊົນ (ອຸດສະຫະກຳທີ່ກ່ຽວຂ້ອງ) ແລະ ສະຖາບັນການສຶກສາ ເພື່ອແລກປ່ຽນບົດຮຽນ ແລະ ສົ່ງເສີມ "ຄວາມປອດໄພຂອງເຂື່ອນ ແລະ ການພັດທະນາເຂື່ອນຍືນຍົງ". ພ້ອມກັນນັ້ນ, ໃນກອງປະຊຸມຍັງໄດ້ມີການນຳສະເໜີບົດຄວາມວິຊາການໃນຫົວຂໍ້: “ການພັດທະນາເຂື່ອນໄຟຟ້າແບບຍືນຍົງ: ບົດຮຽນຖອດຖອນ ແລະ ສິ່ງທ້າທາຍ” ໂດຍ ທ່ານ ປອ. ດູສິດ ພົມມະຈັນ, ຮອງປະທານ ສຂລ ເພື່ອແລກປ່ຽນປະສົບການຕົວຈິງໃນການຄຸ້ມຄອງຄວາມປອດໄພເຂື່ອນ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະມາຄົມ ນັບຕັ້ງແຕ່ປີ 2021 ເປັນຕົ້ນມາ. ທ່ານຍັງໄດ້ຕີລາຄາສູງຕໍ່ບົດບາດຂອງສະມາຄົມ ໃນການເປັນເວທີແລກປ່ຽນຄວາມຮູ້ ແລະ ຍົກລະດັບມາດຕະຖານຄວາມປອດໄພເຂື່ອນ ຢູ່ ສປປ ລາວ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ ໂດຍການເຂົ້າເປັນພາຄີ ອົງການຄວາມປອດໄພເຂື່ອນສາກົນ ICOLD. ພ້ອມກັນນັ້ນ, ໂດຍສະເພາະແມ່ນການສ້າງຜົນງານດ້ານວິຊາການທີ່ເປັນປະໂຫຍດ ເຊັ່ນ: “ວັດຈະນານຸກົມວິສະວະກຳເຂື່ອນ” ແລະ ຄູ່ມືເຕັກນິກຕ່າງໆ ເຊິ່ງຖືເປັນພື້ນຖານທີ່ສຳຄັນໃຫ້ແກ່ການສຶກສາ ແລະ ນໍາໃຊ້.

ການລົງຢ້ຽມຢາມຄັ້ງນີ້ ຍັງມີຈຸດປະສົງເພື່ອ “ຮັບຟັງ ແລະ ຮຽນຮູ້” ສະພາບຄວາມເປັນຈິງ ແລະ ສິ່ງທ້າທາຍຈາກບັນດານັກວິຊາການໂດຍກົງ.

ທ່ານ ລັດຖະມົນຕີ ຍັງ ໄດ້ເນັ້ນໜັກທັດສະນະການເຮັດວຽກແບບປຶກສາຫາລື ແລະ ການສ້າງຄູ່ຮ່ວມງານຍຸດທະສາດ ລະຫວ່າງ ພາກລັດ ແລະ ສະມາຄົມ ໂດຍມີປະເດັນສຳຄັນດັ່ງນີ້:
* ການເປັນເຈົ້າການຂອງຄົນລາວ: ເນັ້ນການສ້າງໃຫ້ນັກວິສະວະກອນລາວ ສາມາດເປັນເຈົ້າການໃນການອອກແບບ, ກໍ່ສ້າງ ແລະ ຄຸ້ມຄອງເຂື່ອນໄດ້ດ້ວຍຕົນເອງໄດ້ຢ່າງຕໍ່ເນື່ອງ ຍືນຍົງ ໃນອະນາຄົດ.
* ມາດຕະຖານຄວາມປອດໄພ: ຢືນຢັນວ່າ ສະມາຄົມເຂື່ອນລາວ ແມ່ນຄູ່ຮ່ວມງານທີ່ສຳຄັນໃນການຊ່ວຍພາກລັດ ກວດກາ ແລະ ຍົກມາດຕະຖານເຂື່ອນໄຟຟ້າໃຫ້ມີຄວາມປອດໄພສູງສຸດ.
* ການຮ່ວມມືຢ່າງໃກ້ຊິດ: ເປີດກວ້າງໃຫ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະມາຄົມ ສາມາດຮ່ວມມືກັນໄດ້ຢ່າງມີປະສິດຕິຜົນ.

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ ຍັງໄດ້ຢ້ຽມຫ້ອງທົດລອງທັນສະໄໝ (ໃນສ່ວນທີ່ພົວພັນກັບຂະແໜງໄຟຟ້າ ແລະ ບໍ່ແຮ່) ຂອງ ຄະນະວິສະວະກຳສາດ ມຊ ທີ່ເປັນໂຄງການຊ່ວຍເຫຼືອຂອງອົງການ JICA.

ການຢ້ຽມຢາມໃນຄັ້ງນີ້ ຖືເປັນຂີດໝາຍທີ່ສຳຄັນໃນການຮັດແໜ້ນຄວາມສາມັກຄີ ພາຍໃຕ້ຄຳຂວັນທີ່ວ່າ: "ຮ່ວມແຮງຮ່ວມໃຈ, ສ້າງອະນາຄົດແຫ່ງການພັດທະນາເຂື່ອນ ທີ່ປອດໄພ ແລະ ຍືນຍົງ".

#ສຂລ, #ການພັດທະນາເຂື່ອນ, #ຄວາມຍືນຍົງ

🎉 ຊົມເຊີຍຜົນສຳເລັດ ກອງປະຊຸມປະຈໍາປີ 2025 ແລະ ກອງປະຊຸມເຕັກນິກ ຄັ້ງທີ 9ໃນວັນທີ 26 ທັນວາ 2025 ຜ່ານມາ ສະມາຄົມເຂື່ອນລາວ ໄດ້ສໍາ...
29/12/2025

🎉 ຊົມເຊີຍຜົນສຳເລັດ ກອງປະຊຸມປະຈໍາປີ 2025 ແລະ ກອງປະຊຸມເຕັກນິກ ຄັ້ງທີ 9
ໃນວັນທີ 26 ທັນວາ 2025 ຜ່ານມາ ສະມາຄົມເຂື່ອນລາວ ໄດ້ສໍາເລັດຈັດກອງປະຊຸມປະຈໍາປີ ແລະ ກອງປະຊຸມເຕັກນິກຄັ້ງທີ 9 ທີ່ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ.
ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດເຊີແລນ (SDC), ອົງການ ເຮວວີຕັດ ລາວ (Helvetas Laos) ຜ່ານໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການຄວາມປອດໄພເຂື່ອນຢູ່ ສປປ ລາວ ໂດຍ ການໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ສັນຍາ ສົມວິຈິດ, ຮອງຫົວໜ້າກົມພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຮສ. ປອ. ຄໍາປະເສີດ ເທບວົງສາ, ປະທານສະມາຄົມເຂື່ອນລາວ ມີຜູ້ເຂົ້າຮ່ວມຫຼັກຈາກ ພາກລັດ, ເອກກະຊົນ ແລະ ມະຫາວິທະຍາໄລ ໂດຍມີຜູ້ຕາງໜ້າຈາກບັນດາກະຊວງຕ່າງໆ ເຊັ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ,ອົງການ SDC, ອົງການ ເຮວວີຕັດປະຈໍາລາວ ແລະ ຜູ້ປະກອບການເຂື່ອນໄຟຟ້າພະລັງນໍ້າຕ່າງໆ ແລະ ບັນດາສະມາຊິກ ສຂລ.
ການປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ ຄວາມສໍາຄັນຂອງ" ຄວາມປອດໄພເຂື່ອນ ແລະ ຄວາມຍືນຍົງ" ແລະ ພາບລວມຂອງ “ຜົນການກວດກາຄວາມປອດໄພເຂື່ອນສຸກເສີນ” " (Importance of “Dam safety and sustainability” and overview of “Emergency dam safety inspection results”)
ທີ່ກອງ ປະຊຸມໄດ້ມຸ່ງເນັ້ນການທົບທວນການຄຸ້ມຄອງຄວາມປອດໄພ, ແບ່ງປັນປະສົບການ ແລະ ຍົກລະດັບທັກສະດ້ານເຕັກນິກໃຫ້ແຂງແຮງຍິ່ງຂຶ້ນ.
ກອງປະຊຸມໄດ້ມີການນໍາສະເໜີຫົວຂໍ້ທີ່ສໍາຄັນຕ່າງໆ ຊຶ່ງໄດ້ກໍ່ໃຫ້ເກີດມີການສົນທະນາຢ່າງສ້າງສັນ ແລະ ໃຫ້ຄວາມຮູ້ພາກປະຕິບັດຕົວຈິງແກ່ຜູ້ເຂົ້າຮ່ວມ ສາມາດນໍາໄປຜັນຂະຫຍາຍນໍາໃຊ້ໃນການດໍາເນີນງານດ້ານໄຟຟ້ານ້ຳຕົກ ແລະ ການກວດກາຄວາມປອດໄພຂອງເຂື່ອນ.
ກອງປະຊຸມໄດ້ສະຫຼຸບດ້ວຍຄວາມມຸ່ງໝັ້ນຮ່ວມກັນໃນການຍົກລະດັບການຄຸ້ມຄອງຄວາມປອດໄພເຂື່ອນ, ເສີມສ້າງທັກສະດ້ານເຕັກນິກ ແລະ ສົ່ງເສີມການພັດທະນາໄຟຟ້າພະລັງງານນໍ້າຕົກ ຢ່າງຍືນຍົງໃນ ສປປ ລາວ.
ສະມາຄົມເຂື່ອນລາວ ໄດ້ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຕ່າງໆ ສືບຕໍ່ຮ່ວມມືກັນຢ່າງເຕັມທີ່ ເພື່ອໃຫ້ເກີດໂຄງສ້າງເຂື່ອນທີ່ປອດ ແລະ ມີຄວາມທົນທານ ໃນທົ່ວປະເທດ, ແລະ ສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມງານ, ລວມທັງອົງການ SDC, ເຮວວີຕັດ ປະຈໍາລາວ ແລະ ຜູ້ປະກອບການໄຟຟ້ານ້ຳຕົກ ສຳລັບການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງ

update ກິດຈະກຳ ຂອງ ສຂລ🎉ຂໍເຊີນຊວນສະມາຊິກ ສຂລ ແລະ ຜູ້ສົນໃຈ ເຂົ້າຮ່ວມກອງປະຊຸມປະຈໍາປີ ແລະ ກອງປະຊຸມເຕັກນິກ ຄັ້ງທີ 9 ຂອງສະມາຄົ...
15/12/2025

update ກິດຈະກຳ ຂອງ ສຂລ
🎉ຂໍເຊີນຊວນສະມາຊິກ ສຂລ ແລະ ຜູ້ສົນໃຈ ເຂົ້າຮ່ວມກອງປະຊຸມປະຈໍາປີ ແລະ ກອງປະຊຸມເຕັກນິກ ຄັ້ງທີ 9 ຂອງສະມາຄົມເຂື່ອນລາວ (LAD) ປະຈຳປີ 2025
ພວກເຮົາຂໍເຊີນຊວນທ່ານສະມາຊິກ LAD ແລະຜູ້ທີ່ສົນໃຈທຸກທ່ານ ເຂົ້າຮ່ວມກອງປະຊຸມເຕັກນິກ ໃນຫົວຂໍ້:
🔹 ຄວາມສຳຄັນຂອງ “ຄວາມປອດໄພເຂື່ອນ ແລະ ຄວາມຍືນຍົງ” ແລະ ພາບລວມຂອງ “ຜົນການກວດກາຄວາມປອດໄພເຂື່ອນສຸກເສີນ” (Importance of "Dam safety and sustainability" and overview of "Emergency dam safety inspection results").
📆 ວັນທີ: 26 ທັນວາ 2025
📍 ສະຖານທີ່: ໂຮງແຮມ DoubleTree by Hilton Vientiane
🕗 ເວລາ: 08:00 – 16:50 (ກອງປະຊຸມເຕັກນິກ ແລະ ກອງປະຊຸມປະຈໍາປີ) / 17:00 – 19:00 (ກິດຈະກໍາສ້າງເຄືອຂ່າຍ)
🔸 ຜູ້ບັນຍາຍ ແລະ ຜູ້ຮ່ວມສະແດງຜົນງານຈາກພາກສ່ວນພາຍໃນ ແລະ ຕ່າງປະເທດ
🔸 ວາລະການທີ່ເນັ້ນເລື່ອງ: ຄວາມປອດໄພ, ຜົນການກວດກາເຂື່ອນ ແລະ ຄວາມຍືນຍົງ
📌 ຄ່າລົງທະບຽນ:
ສະມາຊິກ LAD: ເຂົ້າຮ່ວມຟຣີ (ສຳລັບຜູ້ທີ່ຊຳລະຄ່າສະມາຊິກແລ້ວ)
ຜູ້ສົນໃຈພາຍນອກ: 150 USD / ຄົນ
✅ ລົງທະບຽນຮ່ວມງານກ່ອນວັນທີ 22/12/2025
📲 ສະແກນ QR Code ໃນແຜ່ນພັບ ຫຼື ລິ້ງດ້ານລຸ່ມ ເພື່ອລົງທະບຽນ.
https://forms.gle/UUorBtETyeDUX2GRA
💬 ຕິດຕໍ່ສອບຖາມເພີ່ມເຕີມ
📧 Email: [email protected]
📞 ໂທ: 020 22491914, 020 22496897
ໃນນາມຂອງຄະນະບໍລິຫານງານ ສະມາຄົມເຂື່ອນລາວ ຂໍຂອບໃຈທ່ານທີ່ໃຫ້ຄວາມຮ່ວມມື ແລະ ຂໍຕ້ອນຮັບທຸກທ່ານໃນງານກອງປະຊຸມຄັ້ງນີ້! 🎉
#ສະມາຄົມເຂື່ອນລາວ

19/08/2025

ສະມາຄົມເຂື່ອນລາວ (ສຂລ) ຂໍຂອບໃຈ ແລະ ຊື່ນຊົມ ໃນການຮ່ວມມື ແລະ ສະໜັບສະໜູນກິດຈະກຳເຕັກນິກຢ່າງຕໍ່ເນື່ອງ ຈາກ ບໍລິສັດ ໄຟຟ້ານໍ້າເທີນ 2 ໃນການຈັດກອງປະຊຸມເຕັກນິກ ສຂລ ຄັ້ງທີ 8 ປະຈໍາປີ 2025 ທີ່ເປັນໂອກາດສຳຄັນໃນການແລກປ່ຽນປະສົບການ ແລະ ສົ່ງເສີມການຮ່ວມມືລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ເພື່ອພັດທະນາຂະແໜງການໄຟຟ້າ ແລະ ພະລັງງານໃນປະເທດ ລວມທັງບັນດາຜູ້ເຂົ້າຮ່ວມ ແລະ ຜູ້ສະໜັບສະໜູນທຸກພາກສ່ວນ.
#ສຂລ #ພະລັງງານລາວ

ກອງປະຊຸມເຕັກນິກ ຄັ້ງທີ 8 ປະຈໍາປີ 2025: ການຂັບເຄື່ອນການຜະລິດໄຟຟ້າພະລັງງານນໍ້າຢ່າງຍືນຍົງໃນ ສປປ ລາວ"ໂດຍ: ແສງອາລຸນ ພິລາຈັນສະ...
22/07/2025

ກອງປະຊຸມເຕັກນິກ ຄັ້ງທີ 8 ປະຈໍາປີ 2025: ການຂັບເຄື່ອນການຜະລິດໄຟຟ້າພະລັງງານນໍ້າຢ່າງຍືນຍົງໃນ ສປປ ລາວ"
ໂດຍ: ແສງອາລຸນ ພິລາຈັນ

ສະມາຄົມເຂື່ອນລາວ ໄດ້ສໍາເລັດໃນການຈັດກອງປະຊຸມເຕັກນິກ ຄັ້ງທີ 8 ໃນວັນທີ 18 ກໍລະກົດ 2025 ຜ່ານມາ ທີ່ໂຮງແຮມ DoubleTree by Hilton, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໃນເຂົ້າຮ່ວມ ຕິດຕາມກອງປະຊຸມ ຂອງສະມາຄົມເຂື່ອນລາວໃນຄັ້ງນີ້ ເຊິ່ງກອງປະຊຸມເຕັກນິກຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ, ອົງການ ເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດເຊີແລນ (SDC), ອົງການເຮວວີຕັດ ລາວ ຜ່ານໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ.
ການປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ "ການຜະລິດເຂື່ອນໄຟຟ້າພະລັງງານນໍ້າທີ່ປະສົບຜົນສຳເລັດ (Hydropower Successful Generation)" ເພື່ອເປັນເວທີໃນການແບ່ງປັນປະສົບການ ແລະ ການຮຽນຮູ້ລະຫວ່າງຜູ້ຊ່ຽວຊານ ແລະ ຜູ້ດຳເນີນການໃນອຸດສາຫະກຳດ້ານເຂື່ອນ ແລະ ພະລັງງານນໍ້າ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງປະກອບດ້ວຍຫົວຂໍ້ທີ່ສຳຄັນ ເຊັ່ນ: ຄວາມປອດໄພໃນການດຳເນີນງານເຂື່ອນ, ປະສິດທິພາບໃນການຜະລິດໄຟ ແລະ ການບຳລຸງຮັກສາ ແລະ ຄວາມຍືນຍົງ ໃນສັງຄົມ ແລະ ສິ່ງແວດລ້ອມ.
ກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ. ຄໍາປະເສີດ ເທບວົງສາ, ປະທານສະມາຄົມເຂື່ອນລາວ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກບັນດາກະຊວງຕ່າງໆ ເຊັ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ຜູ້ປະກອບການເຂື່ອນໄຟຟ້າພະລັງນໍ້າຕ່າງໆ ຈໍານວນທັງໝົດຫຼາຍກວ່າ 100 ທ່ານ.
ທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ໄດ້ກ່າວວ່າ: “ກອງປະຊຸມທີ່ສໍາຄັນໃນຄັ້ງນີ້ ໄດ້ເປັນເວທີໃນການແບ່ງປັນປະສົບການ ແລະ ບົດຮຽນຈາກຜູ້ຊ່ຽວຊານ ເພື່ອຍົກລະດັບການຈັດການ ແລະ ການປະຕິບັດເຂື່ອນໃນລາວ ໃຫ້ມີມາດຕະຖານສາກົນ ແລະ ມີຄວາມຍືນຍົງໃນດ້ານຄວາມປອດໄພຂອງເຂື່ອນ” .
ໃນບັ້ນກອງປະຊຸມ ບໍລິສັດທີ່ປຶກສາດ້ານຄວາມປອດໄພຂອງເຂື່ອນໄຟຟ້າ, ໄດ້ນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ:
• ການວິເຄາະຄວາມເສຍຫາຍ ແລະ ແນວທາງແກ້ໄຂຂອງເບຕົງ ແລະ ຫີນພູຢາຍ (ລິບແລບ): ກໍລະນີສຶກສາ ບໍລິສັດ ໄຟຟ້ານໍ້າເທີນ 2
• ການປູກຈິດສໍານຶກດ້ານຄວາມປອດໄພກ່ຽວກັບລະບົບໄຟຟ້ານໍ້າຕົກ: ກໍລະນີສຶກສາ ບໍລິສັດ ໄຟຟ້ານໍ້າເທີນ 2
• ພາບລວມການຄຸ້ມຄອງຄວາມປອດໄພຂອງເຂື່ອນໃນລາວ ໃນມູມອງຂອງລັດຖະບານ
• ການວັດທຽບມາດຕະຖານໂຮງໄຟຟ້ານໍ້າຕົກ: ການຕິດຕາມກວດກາປະສິດທິພາບ ແລະ ການກໍານົດເປົ້າໝາຍປະສິດທິພາບຂອງເຂື່ອນໄຟຟ້ານໍ້າຕົກ
• ການປະເມີນການຕົກຕະກອນຂອງອ່າງເກັບນໍ້າ ນໍ້າຊ່ອງ, ເມືອງວັງວຽງ. ແຂວງວຽງຈັນ
• ເຄມີການກໍ່ສ້າງສໍາລັບເຂື່ອນ: ວຽກງານອັດສີດນໍ້າປູນ ແລະ ສ້ອມແປງຜິວຫນ້າ, ວຽກງານກັນຊຶມດ້ວຍລະບົບ 3P, ແລະ ວຽກງານເຈາະສຽບເຫຼັກເສີມ ແລະ ກາວປູນອີພັອກຊີ
• ການນໍາໃຊ້ນໍ້າທ້າຍເຂື່ອນໃຫ້ເກີດຜົນປະໂຫຍດສູງສຸດ: ກໍລະນີສຶກສາ ບໍລິສັດ ໄຟຟ້ານໍ້າເທີນ 2
• ຫຼັກການໃນການກຳນົດເຂດຄວາມປອດໄພເຂື່ອນສໍາລັບກິດຈະກໍາບໍ່ແຮ່.
ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລືກັນຢ່າງສ້າງສັນ ແລະ ແບ່ງເປັນຄວາມຮູ້ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ, ຄວາມກ້າວໜ້າທາງດ້ານເຕັກນິກ ແລະ ການຮ່ວມມືລະຫວ່າງຂະແໜງການ ເພື່ອແນໃສ່ເພີ່ມທະວີຄວາມປອດໄພ ແລະ ຄວາມທົນທານຂອງເຂື່ອນໃນທົ່ວປະເທດ. ກອງປະຊຸມດັ່ງກ່າວຖືເປັນເວທີອັນລໍ້າຄ່າສໍາລັບການແບ່ງປັນຄວາມຮູ້, ການສ້າງຄວາມເຂັ້ມແຂງ ແລະ ເພີ່ມທະວີການຮ່ວມມືກັນຂອງບັນດາພາກສ່ວນກ່ຽວຂ້ອງ ເປັນເວທີການແລກປ່ຽນ ແລະ ຖອດຖອນບົດຮຽນທາງດ້ານວິຊາການ, ຊຸກຍູ້ການຮ່ວມມືດ້ານມາດຕະການຄວາມປອດໄພຂອງເຂື່ອນ ໃຫ້ມີຄວາມຍືນຍົງໃນອະນາຄົດ.

8th LAD Technical Conference 2025: Advancing Sustainable Hydropower Generation in Laos
By: Saengaroun PHILACHANH

On 18 July 2025, the Lao Dam Association (LAD) successfully convened the 8th LAD Technical Conference at the DoubleTree by Hilton Hotel, Vientiane Capital. The event was honored by the presence of H.E. Mr. Malaythong Kommasith, Minister of Industry and Commerce, and was made possible through the principal support of Nam Theun 2 Power Company Limited, the Swiss Agency for Development and Cooperation (SDC), and Helvetas Laos under the Dam Safety Technical and Institutional Assistance (DSTIA) Project.
Held under the theme “Successful Hydropower Generation,” the conference provided a vital platform for knowledge sharing and peer learning among more than 100 participants, including national and international experts and practitioners from the dam and hydropower sectors. Key topics of discussion included dam safety, efficiency and maintenance in power generation, and the social and environmental aspects of sustainability.
The meeting was officially chaired by Assoc. Prof. Dr. Khampaseuth Thepvongsa, President of the Lao Dam Association, and was attended by representatives from key government ministries including the Ministry of Industry and Commerce, Ministry of Public Works and Transport, Ministry of Agriculture and Forestry and Environment as well as the National University of Laos, Électricité du Laos (EDL), EDL-Generation Public Company (EDL-Gen), and multiple hydropower dam operators.
In his opening remarks, Assoc. Prof. Dr. Khampaseuth emphasized:
“This important gathering offers a valuable opportunity to exchange knowledge and best practices among experts. It contributes significantly to the advancement of dam operation and management in Laos, aligning with international standards and promoting long-term sustainability in dam safety.”
The technical sessions featured a series of insightful presentations by hydropower safety experts and consulting firms, covering topics such as:
• Concrete and Riprap Pathology and Solutions – Case Study: Nam Theun 2 Power Company Limited
• Hydro-Safety Public Awareness – Case Study: Nam Theun 2 Power Company Limited
• An Overview of Dam Safety Management in Laos from a Government Perspective
• Hydropower Plant Benchmarking: Performance Monitoring and Targets
• Sedimentation Assessment of the Namsong Reservoir, Vangvieng District, Vientiane Province
• Construction Chemicals for Dam: Grouting & Patching, WaterProofing by 3P System, Rebar Anchoring & Epoxy Mortar Adhesive
• Best Use of Downstream Water – Case Study: Nam Theun 2 Power Company Limited
• Principles of Dam Safety Zones for Mining Activities
The conference concluded with a robust exchange of views among participants, who engaged in collaborative discussions on institutional capacity building, technical innovation, and cross-sectoral cooperation to strengthen dam safety and resilience across the country.
The conference served as a meaningful platform for knowledge sharing, capacity strengthening, and fostering collaboration among stakeholders. It also facilitated the exchange of technical insights and promoted joint efforts to advance dam safety measures in support of a sustainable future.

🎉 ຂໍເຊີນຊວນສະມາຊິກ ສຂລ ແລະ ຜູ້ສົນໃຈ ເຂົ້າຮ່ວມກອງປະຊຸມເຕັກນິກ ຄັ້ງທີ 8 ຂອງສະມາຄົມເຂື່ອນລາວ (LAD) ປະຈຳປີ 2025ພວກເຮົາຂໍເຊີນ...
10/07/2025

🎉 ຂໍເຊີນຊວນສະມາຊິກ ສຂລ ແລະ ຜູ້ສົນໃຈ ເຂົ້າຮ່ວມກອງປະຊຸມເຕັກນິກ ຄັ້ງທີ 8 ຂອງສະມາຄົມເຂື່ອນລາວ (LAD) ປະຈຳປີ 2025

ພວກເຮົາຂໍເຊີນຊວນທ່ານສະມາຊິກ LAD ແລະຜູ້ທີ່ສົນໃຈທຸກທ່ານ ເຂົ້າຮ່ວມກອງປະຊຸມເຕັກນິກຄັ້ງທີ 8 ໃນຫົວຂໍ້:
🔹 “ການຜະລິດເຂື່ອນໄຟຟ້າພະລັງງານນໍ້າທີ່ປະສົບຜົນສຳເລັດ (Hydropower Successful Generation)”

📆 ວັນທີ: 18 ກໍລະກົດ 2025
📍 ສະຖານທີ່: ໂຮງແຮມ DoubleTree by Hilton Vientiane
🕗 ເວລາ: 08:00 – 16:35 (ກອງປະຊຸມ) / 17:00 – 19:00 (ກິດຈະກໍາສ້າງເຄືອຂ່າຍ)

🔸 ຜູ້ບັນຍາຍ ແລະ ຜູ້ຮ່ວມສະແດງຜົນງານຈາກພາກສ່ວນພາຍໃນ ແລະ ຕ່າງປະເທດ
🔸 ວາລະການທີ່ເນັ້ນເລື່ອງ: ຄວາມປອດໄພ, ປະສິດທິພາບໂຄງການ, ແລະ ຄວາມຍືນຍົງ

📌 ຄ່າລົງທະບຽນ:
ສະມາຊິກ LAD: ເຂົ້າຮ່ວມຟຣີ (ສຳລັບຜູ້ທີ່ຊຳລະຄ່າສະມາຊິກແລ້ວ)
ຜູ້ສົນໃຈພາຍນອກ: 150 USD / ຄົນ

✅ ລົງທະບຽນຮ່ວມງານກ່ອນວັນທີ 15/07/2025
📲 ສະແກນ QR Code ດ້ານລຸ່ມນີ້ເພື່ອລົງທະບຽນ.
https://docs.google.com/forms/d/e/1FAIpQLSchAJ1xyETn36twBhpCrtM8gmsRQqdzXPCMK73OHbyU9DwFig/viewform?usp=header

💬 ຕິດຕໍ່ສອບຖາມເພີ່ມເຕີມ
📧 Email: [email protected]
📞 ໂທ: 020 22491914, 020 22496897

ໃນນາມຂອງຄະນະບໍລິຫານງານ ສະມາຄົມເຂື່ອນລາວ ຂໍຂອບໃຈທ່ານທີ່ໃຫ້ຄວາມຮ່ວມມື ແລະ ຂໍຕ້ອນຮັບທຸກທ່ານໃນງານກອງປະຊຸມຄັ້ງນີ້! 🎉

#ສະມາຄົມເຂື່ອນລາວ

Address

Lao-Thai Friendship Road, Sokpaluang Village, Sisattanak District
Vientiane
01030

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when Lao Association on Dams - LAD posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share