29/10/2024
🙏ສະບາຍດີທຸກທ່ານ ທາງທີມງານຂອງພວກເຮົາພ້ອມແລ້ວທີ່ຈະຈັດເຝິກອົບຮົມກ່ຽວກັບການຂຽນໂປຣແກຣມຄວບຄຸມບອດ Arduino ສຳລັບຜູ້ເລີ່ມຕົ້ນໃໝ່ ຕາມຄວາມຕ້ອງການຂອງຫຼາຍທ່ານໃນໄລຍະຜ່ານມາ.
💪ພວກເຮົາຍິນດີທີ່ຈະຖ່າຍທອດຄວາມຮູ້ຕ່າງໆຜ່ານທາງການປະຕິບັດຕົວຈິງ ເພື່ອໃຫ້ທ່ານສາມາດເຂົ້າໃຈໄດ້ເລິກເຊິ່ງ ແລະ ສາມາດນຳໄປປະຍຸກໃຊ້ງານໄດ້
ຫົວຂໍ້:
• ອົງປະກອບທາງດ້ານຮາດແວຂອງ ບອດ Arduino UNO
• ພາສາ C++ ສຳລັບ Arduino
• ອອກແບບວົງຈອນການນຳໃຊ້ Arduino UNO
• ການຂຽນໂປຣແກຣມຄວບຄຸມ Digital I/O, Analog I/O
• ການຂຽນໂປຣແກຣມຮັບຄ່າຈາກເຊັນເຊີ້ເຊັ່ນ: ອຸນຫະພູມ, ຄວາມຊຸ່ມ, ສຽງ, ໆລໆ
• ການຂຽນໂປຣແກຣມຄວບຄຸມອຸປະກອນເອເລັກໂຕຣນິກເຊັ່ນ: ດອກໄຟ LED, ຈໍ LCD, ມໍເຕີ, ຣີເຣ ໆລໆ
• ສ້າງໂປຣເຈັກຄວາມຄຸມອັດຕະໂນມັດ
✅ຖ້າຫານທ່ານສົນໃຈສາມາດສອບຖາມລາຍລະອຽດຕ່າງໆ ແລະ ຈອງບ່ອນນັ່ງໄດ້ເລີຍ.
📍ສະຖານທີ:ພາກວິຊາວິສະວະກຳເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມ
ຊ່ວງໄລຍະເວລາໃນການຮຽນ:(ຈັນ - ສຸກ 16:30 - 19:30)
(ເສົາ - ທິດ 9:00 - 12:00 ແລະ 13:30 - 15: 30)
ສະໝັກໄດ້ທີນີ້: https://shorturl.at/Suckv
🫣ໝາຍເຫດ: ບ່ອນນັ່ງພວກເຮົາມີຈຳນວນຈຳກັດ ເພື່ອໃຫ້ໝັ້ນໃຈວ່າທຸກທ່ານທີ່ໄດ້ຜ່ານຫຼັກສູດນີ້ແລ້ວສາມາດປະຕິບັດໄດ້ຈິງ.
😊ແລ້ວພົບກັນເດີ້🙏