ສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໜ່ ຂຽນດ້ວຍຕົວອັກສອນຫຍໍ້ວ່າ: " ສພວ " ສັງກັດໃນໂຄງປະກອບກົງຈັກຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດ ເປັນ ເສນາທິການໃຫ້ແກ່ກະຊວງ ໃນການຄົ້ນຄວ້າ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້ ແລະ ບໍລິການ ດ້ານພະລັງງາຊີວະພາບ, ທາງເລືອກ, ວິສະວະກຳກົນຈັກ ແລະ ວັດສະດຸໃໝ່.
ໜ້າທີ່
1. ສຶກສາ, ຄົ້ນຄ້ວາ, ຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ; ແຜນການ, ແຜນງານ, ໂຄງການລະອຽດຂອງກະຊວງໃຫ້
ກາຍເປັນແຜນວຽກລະອຽດ ແລະ ໂຄງການສະເພາະ ຂອງສະຖາບັນ ແລະ ຮັບຜີດຊອບຈັດຕັ້ງປະຕິບັດ;
2. ສຶກສາ, ຄົ້ນຄ້ວາ, ເລືອກເຟັ້ນເອົາ ເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່ ຂອງພາຍໃນ ແລະ ຕ່າງປະເທດ ເພື່ອປັບໃຊ້ໃຫ້ແທດເໝາະກັບສະພາບຕົວຈິງ ຂອງການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
3. ສຶກສາ, ຄົ້ນຄວ້າ, ທົດລອງ, ຢັ້ງຢືນດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່ ຢູ່ພາຍໃນປະເທດ ກ່ອນການເຜີຍແຜ່, ການຈົດທະບຽນ ແລະ ການສົ່ງເສີມໃຫ້ສັງຄົມຊົມໃຊ້.
4. ຝຶກອົບຮົມ, ຖ່າຍທອດ, ໂຄສະນາເຜີຍແຜ່, ສາທິດ-ວາງສະແດງ, ບໍລິການ ແລະ ສົ່ງເສີມການນຳໃຊ້ຜົນສຳເລັດ ຂອງການຄົ້ນຄວ້າດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່ ເພື່ອປະກອບໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເທື່ອລະກ້າວ.
5. ສ້າງລະບົບຂໍ້ມູນຂ່າວສານ, ພັດທະນາເຄືອຂ່າຍ ດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່ ເພື່ອສາມາດເຊື່ອມຕໍ່ກັບສະຖາບັນຄົ້ນ ຄວ້າ, ອົງການທີ່ກ່ຽວຂ້ອງ ພາຍໃນ ແລະ ຕ່າງປະເທດ.
6. ປະສານສົມທົບກັບຂະແໜງໃນທ້ອງຖິ່ນ ເພື່ອຕິດຕາມ, ຊຸກຍູ້, ສ້າງປະຖົມປັດໄຈ, ສ້າງເງື່ອນໄຂ ເພື່ອການຄົ້ນຄ້ວາ, ການພັດທະນາ, ການຖ່າຍທອດ, ການບໍລິການ ແລະ ການສົ່ງເສີມການນຳໃຊ້ ດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່;.
7. ເກັບກຳ, ວິໄຈ ຂໍ້ມູນພື້ນຖານຕ່າງໆ ຮັບໃຊ້ໃຫ້ແກ່ການວາງແຜນ, ການສ້າງຕັ້ງໜ່ວຍງານ, ການຄົ້ນຄ້ວາ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້, ບໍລິການ, ກວດກາ ແລະ ປະເມີນຜົນ ດ້ານເຕັກໂນໂລຊີໃນຂົງເຂດພະລັງງານທົດແທນ ແລະ ວັດສະດຸໃໝ່.
8. ກຳນົດນະໂຍບາຍຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຈັດຕັ້ງປະຕິບັດແຜນການ, ໂຄງການ, ງົບປະມານ ແລະ ວຽກງານຂອງພະແນກ, ສູນ ແລະ ໜ່ວຍງານຕ່າງໆ; ຈັດຕັ້ງຄຸ້ມຄອງວັດຖຸ ອຸປະກອນ, ພາຫະນະ ແລະ ເຄື່ອງຮັບໃຊ້ອື່ນໆ ພາຍໃນສະຖາບັນ;
9. ສ້າງແຜນການໃນແຕ່ລະໄລຍະ ເປັນຕົ້ນ: ແຜນການເດືອນ, ແຜນການຫົກເດືອນ, ແຜນການປະ ຈຳປີ, ແຜນການໄລຍະຍາວ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານ ການຄົ້ນຄ້ວາ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້ ແລະ ບໍລິການ ດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່;
10. ປະກອບສ່ວນ ໃນການກໍ່ສ້າງ, ຍົກລະດັບ ແລະ ພັດທະນາຊັບພະຍາກອນມະນຸດ ຮັບໃຊ້ຂົງເຂດການຄົ້ນຄ້ວາ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້ ແລະ ບໍລິການ ດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ນະວັດຕະກຳວັດສະດຸໃໝ່;
11. ສະເໜີ ປັບປຸງໂຄງປະກອບການຈັດຕັ້ງ, ຊັບຊ້ອນບຸກຄະລາກອນ, ກຳນົດໜ້າທີ່, ຈຳນວນ ພະນັກງານ ໃຫ້ສອດຄ່ອງກັບວຽກງານ ຂອງສະຖາບັນໃນແຕ່ລະໄລຍະ, ນັບທັງ ການປະຕິບັດ ລະບອບ ນະໂຍບາຍ ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ ແລະ ການປະຕິບັດວິໄນ ຕໍ່ຜູ້ກະທຳຜິດ ລະບຽບລັດ ຖະກອນ;
12. ສ້າງລາຍຮັບວິຊາການ ກ່ຽວກັບ ການຄົ້ນຄ້ວາ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້ ແລະ ບໍລິ ການ ດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ນະວັດຕະກຳວັດສະດຸໃໝ່;
13. ຂຶ້ນບັນຊີ, ຈັດຕັ້ງຄຸ້ມຄອງ, ບົວລະບັດຮັກສາ ວັດຖຸອຸປະກອນເຕັກນິກ, ພາຫະນະ, ເຄື່ອງມື, ພາຫະນະຮັບໃຊ້, ຊັບສົມບັດຄົງທີ່ ແລະ ເຄື່ອງຮັບໃຊ້ອື່ນໆ ທີ່ຢູ່ໃນຄວາມ ຮັບຜິດຊອບ ຂອງສະຖາບັນ;
14. ພົວພັນຮ່ວມມື ພົບປະເຈລະຈາ ແລະ ປະສານງານກັບອົງການຈັດຕັ້ງຕ່າງໆ ກັບພາຍໃນ ແລະ ຕ່າງປະເທດ
15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງກະຊວງ.
ຂອບເຂດສິດ
1. ຝຶກອົບຮົມ, ຖ່າຍທອດ, ໂຄສະນາເຜີຍແຜ່, ສາທິດ-ວາງສະແດງ, ບໍລິການ ແລະ ສົ່ງເສີມການນຳໃຊ້ດ້ານ ເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່.
2. ບໍລິການ ທາງດ້ານວິຊາການ ກ່ຽວກັບເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່.
3. ເຂົ້າຮ່ວມ, ປະກອບ ແລະ ສະເໜີຄຳຄິດຄຳເຫັນ ທີ່ພົວພັນເຖິງ ວຽກງານ ຄົ້ນຄ້ວາ, ພັດທະນາ, ຝຶກອົບຮົມ ແລະ ການບໍລິການ ດ້ານເຕັກໂນໂລຊີ ພະລັງງານທົດແທນ ແລະ ວັດສະດຸໃໝ່.
4. ຄຸ້ມຄອງນຳໃຊ້ງົບປະມານ, ປະຕິບັດນະໂຍບາຍລາຍຮັບວິຊາການ ແລະ ນຳໃຊ້ລາຍຮັບວິຊາການ ຕາມການອະນຸມັດ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ.
5.ຄຸ້ມຄອງ, ບົວລະບັດຮັກສາ ວັດຖຸອຸປະກອນເຕັກນິກ, ພາຫະນະ, ເຄື່ອງມື, ພາຫະນະຮັບໃຊ້, ຊັບສົມບັດຄົງທີ່ ແລະ ເຄື່ອງຮັບໃຊ້ອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງສະຖາບັນ.
6. ສະເໜີ ສ້າງຕັ້ງ, ປັບປຸງ, ດັດແປງ, ຍົກເລີກ ກົງຈັກການຈັດຕັ້ງ, ແຕ່ງຕັ້ງ, ຍົກຍ້າຍໜ້າທີ່, ປົດຕຳແໜ່ງ, ເລື່ອນຊັ້ນ ແລະ ວ່າຈ້າງຊ່ຽວຊານ, ແຮງງານຊົ່ວຄາວ ເພື່ອຮັບໃຊ້ ໃຫ້ແກ່ວຽກສະຖາບັນ
7. ພົວພັນຮ່ວມມື ພົບປະເຈລະຈາ ແລະ ປະສານງານກັບອົງການຈັດຕັ້ງຕ່າງໆ ກັບພາຍໃນ ແລະ ຕ່າງປະເທດ
8. ປະຕິບັດຂອບເຂດສິດອື່ນໆ ຕາມການມອບໝາຍຂອງກະຊວງ.
ແບບແຜນວິທີເຮັດວຽກ
1. ປະຕິບັດຫລັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວໜ້າດຽວ, ເສີມຂະຫຍາຍຫົວຄິດປະດິດສ້າງ ກ່ຽວກັບ ການຄົ້ນຄ້ວາ ແລະ ພັດທະນາ ວິທະຍາສາດຂົງເຂດພະລັງງານທົດແທນ ແລະ ວັດສະດຸໃໝ່;
2. ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ; ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ; ປະສານສົມທົບຢ່າງແໜ້ນແຟ້ນ ກັບການຈັດຕັ້ງ ທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖີ່ນ;
3. ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້ຜົນເສຍ, ພ້ອມທັງປະຕິບັດລະບອບລາຍງານສ່ອງແສງຢ່າງເຂັ້ມງວດ;
4. ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ ຫຼື ປະຕິບັດລະບອບລາຍງານໃຫ້ຂັ້ນເທິງ ຂອງຕົນເປັນປົກກະຕິ.