23/06/2026
💗CPE ຮັກ ແລະ ເປັນຫ່ວງສຸຂະພາບພະນັກງານທຸກທ່ານ💗
ໃນລະຫວ່າງວັນທີ 20-22 ມິຖຸນາ 2026 ບໍລິສັດ ຊ່າງພິນິດ ເອັນຈິເນຍຣິ່ງ (2539) ຈໍາກັດ ໜ່ວຍງານຫົງສາ ໂຄງການໄຟຟ້າຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ສປປ ລາວ ຫຼື ບໍລິສັດ CPE ໄດ້ມີການຈັດການກວດສຸຂະພາບພະນັກງານປະຈໍາປີ 2026 ຄັ້ງທີ່ 1 ຂຶ້ນ ເພື່ອໃຫ້ເປັນໄປຕາມກົດໝາຍວ່າດ້ວຍແຮງງານ ສປປ ລາວ ມາດຕາ 126 (ໃໝ່), ເພື່ອເປັນການປະເມີນໂລກທີ່ເກີດຈາກການປະຕິບັດງານຂອງພະນັກງານ ແລະ ເພື່ອສົ່ງເສີມໃຫ້ພະນັກງານມີສຸຂະພາບແຂງແຮງສົມບູນ ຈະໄດ້ປະຕິບັດງານໃຫ້ກັບບໍລິສັດໄດ້ຢ່າງມີປະສິດທິພາບ. ເຊິ່ງມີລາຍການກວດສຸຂະພາບໃຫ້ກັບພະນັກງານທຸກຄົນຕາມຫຼັກຊີວະອະນາໄມ ເຊັ່ນ: ການກວດເລືອດ, ການກວດປັດສະວະ, X-Ray ປອດ, ກວດສາຍຕາ, ກວດການໄດ້ຍິນ(ຫູ), ທົດສອບສະມັດຖະພາບການທໍາງານຂອງປອດ, ກວດຄື່ນໄຟຟ້າຫົວໃຈ ແລະ ອື່ນໆ.
ໃນປີນີ້ບໍລິສັດໄດ້ໃຊ້ບໍລິການ ການກວດສຸຂະພາບຈາກ “ສູນກວດສຸຂະພາບ ແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມິດຕະພາບ” ເຊິ່ງມີພະນັກງານມີສິດເຂົ້າຮັບການກວດສຸຂະພາບທັງໝົດ ຈໍານວນ 614 ຄົນ ຍິງ 165 ຄົນ.
ມາຮັບຊົມຮູບພາບບັນຍາກາດໃນການກວດສຸຂະພາບຂອງຊາວ CPE ໄດ້ເລີຍ
#ຝ່າຍປະຊາສໍາພັນທາງລັດຖະການ