APing ຊື້ຂາຍດິນ ພັດທະນາ ອະສັງຫາ ແລະ ກົນຈັກຫນັກ

APing ຊື້ຂາຍດິນ ພັດທະນາ ອະສັງຫາ ແລະ ກົນຈັກຫນັກ Aping Land, Property & Heavy Machinery Co., Ltd. ບໍລິສັດ ອາປິ່ງ ຊື້ຂາຍດິນ-ພັດທະນາອະສັງຫາ ແລະ ກົນຈັກໜັກ ຈຳກັດ

24/03/2026
24/03/2026

ຮອງນາຍົກສະເໜີ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ຕໍ່ສະພາແຫ່ງຊາດເພື່ອພິຈາລະນາ ແລະ ຮັບຮອງດ້ານຫຼັກການ.
---------------
ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ 10 ໃນວັນທີ 24 ມີນາ 2026, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມ ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ປະທານ ຄະນະກໍາມະການຊີ້ນໍາລະດັບຊາດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ, ຕາງໜ້າລັດຖະບານ ໄດ້ລາຍງານ ກ່ຽວກັບໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລແມັດ ໃນຮູບແບບ BOT.

ທ່ານຮອງນາຍົກ ກ່າວວ່າ: ໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ຖືເປັນໂຄງການຍຸດທະສາດທີ່ສຳຄັນທາງດ້ານການເຊື່ອມໂຍງເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ 5 ປີຄັ້ງທີ X ໄລຍະ 2026-2030 ເຊິ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ ແລະ ໄດ້ຖືກບັນຈຸເຂົ້າໃນບັນໂຄງການບູລິມິສິດຂອງກອງປະຊຸມຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ລາວ ແລະ ຫວຽດນາມ ແຕ່ປີ 2021 ເປັນຕົ້ນມາ, ພ້ອມທັງສອດຄ່ອງກັບແຜນການເຊື່ອມໂຍງຕາມແລວທາງເສດຖະກິດຕະເວັນອອກ-ຕາເວັນຕົກ ຕາມນະໂຍບາຍໃນການຫັນຈາກປະເທດບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດຈຸດໃຈກາງເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.

ຜ່ານມາ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໄດ້ປຶກສາຫາລື ແລະ ພິຈາລະນາກ່ຽວກັບໂຄງການດັ່ງກ່າວ, ຊຶ່ງລັດຖະບານ ໄດ້ເຫັນດີຮັບຮອງດ້ານຫຼັກການ, ພ້ອມນັ້ນ ໄດ້ລາຍງານຕໍ່ ກອງປະຊຸມກົມການເມືອງ ຮ່ວມກັບ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 15 ມັງກອນ 2026 ແລະ ໄດ້ຮັບການຕົກລົງເຫັນດີ ແລະ ມີທິດຊີ້ນຳໃນບາງບັນຫາແລ້ວ. ສະນັ້ນ, ເພື່ອເປັນການອຳນວຍຄວາມສະດວກໃຫ້ໂຄງການດັ່ງກ່າວ ໄດ້ດຳເນີນການຈັດຕັ້ງປະຕິບັດ, ລັດຖະບານ ຈຶ່ງສະເໜີມາຍັງກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ເພື່ອຮັບຮອງດ້ານຫຼັກການ.

ໂຄງການທາງລົດໄຟ ລາວ-ຫວຽດນາມ ເລີ່ມຈາກ ນະຄອນຫຼວງວຽງຈັນ ຫາ ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດປະມານ 562 ກິໂລແມັດ, ແບ່ງອອກເປັນ 3 ຊ່ວງໄລະຍະ ຄື:
1. ຊ່ວງທີ 1A: ແຕ່ ຕົວເມືອງທ່າແຂກ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກມ ຊຶ່ງໄດ້ເລີ່ມຕົ້ນຈາກການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ເພື່ອສຶກສາສຳຫຼວດ ແລະ ອອກແບບລະອຽດໂຄງການ ໃນວັນທີ 15 ຕຸລາ 2019;

2. ຊ່ວງທີ 1B ແຕ່ ມູຢ່າ ແຂວງ ກວາງບິ່ງ ຫາ ທ່າເຮືອຫວຸ້ງອ່າງ ແຂວງຮ່າຕິ່ງ ໄລຍະທາງ 103 ກມ,ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດຫຸ້ນສ່ວນກຸ່ມເດວກາ (DEOCA Group Joint Stock Company) ຄັ້ງວັນທີ 28 ຕຸລາ 2022 ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ເຊິ່ງປະຈຸບັນກຳລັງດຳເນີນບັນດາຂະບວນການອະນຸມັດຢູ່ໃນ ສສ ຫວຽດນາມ ຕາມລະບຽບການ.

3. ຊວງທີ 2 ແຕ່ ນະຄອນຫຼວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312.8 ກມໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ຄັ້ງວັນທີ 29 ມິຖຸນາ 2022. ປະຈຸບັນໄດ້ຮັບການເຫັນດີດ້ານຫຼັກການໃຫ້ຕໍ່ MOU ໂຄງການດັ່ງກ່າວຕື່ມເພື່ອໃຫ້ມີເວລາໃນການສຶກສາຄວາມເປັນໄປໄດ້ຢ່າງລະອຽດ ແລະ ຮອບດ້ານ.
ໂຄງການທາງລົດໄຟ ແຕ່ ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢ່າ (ຊາຍແດນ ລາວ-ຫວຽດນາມ) ໄລຍະທາງ 147 ກິໂລແມັດ;ຄູ່ສັນຍາ: ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ລັດຖະບານ) ກັບ ບໍລິສັດ ທາງລົດໄຟ ລາວ-ຫວຽດນາມ ຈຳກັດ (ບໍລິສັດໂຄງການ);ຜູ້ພັດທະນາ: ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ (ປີໂຕຣເທຣດ).ຮູບແບບການລົງທຶນ: ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT); ຄາດຄະເນມູນຄ່າການລົງທຶນທັງໝົດ: 1,339 ລ້ານໂດລາສະຫະລັດ; ອາຍຸສໍາປະທານ: 50 ປີ ນັບແຕ່ມື້ໃຫ້ການບໍລິການເປັນຕົ້ນໄປ (COD) ແລະ ສາມາດສະເໜີຄຳຮ້ອງການຂໍຕໍ່ອາຍຸສຳປະທານ ກ່ອນມື້ສິ້ນສຸດສັນຍາສຳປະທານ ສາມປີ.
ດ້ານເຕັກນິກ ລົດໄຟເປັນລາງມາດຕະຖານ ສາກົນ 1.435 ແມັດ(ຄືທາງລົດໄຟລາວຈີນ, ຄວາມໄວການອອກແບບຂົນສົ່ງໂດຍສານ 150 ກມ /ຊມ ແລະ ຂົນສົ່ງສິນຄ້າ 80 ກມ/ຊມ)
-----------
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

😍😍😍
22/03/2026

😍😍😍

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເປີດແຫຼ່ງທ່ອງທ່ຽວນິເວດວິທະຍາ “ຂຸນກອງແລງ” ໄລຍະທີ 1 ທີ່ແຂວງຄໍາມ່ວນ ຢ່າງເປັນທາງການ ເພື່ອສ້າງເປັນຈຸດໝາຍປາຍທາງສີຂຽວລະດັບສາກົນ ມຸ່ງເນັ້ນການອະນຸລັກຊັບພະຍາກອນທຳມະຊາດ ແລະ ຟອດຊິວອາຍຸ 500 ລ້ານປີ ພ້ອມຊຸກຍູ້ເສດຖະກິດຖານຮາກໃຫ້ເຕີບໂຕຢ່າງຍືນຍົງ.
ພິທີເປີດແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 20 ມີນາ 2026 ທີ່ບ້ານນາຄື ເມືອງຫີນບູນ ໂດຍການໃຫ້ກຽດເຂົ້າຮ່ວມຕັດແຖບຜ້າຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ນຳຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງພ້ອມພຽງ ເພື່ອເປັນຂີດໝາຍສຳຄັນໃນການຍົກລະດັບຂະແໜງການທ່ອງທ່ຽວຂອງລາວສູ່ເວທີສາກົນ.
ໂຄງການພັດທະນາໂດຍກຸ່ມບໍລິສັດ INTRA Group ນີ້ ຖືເປັນຕົວແບບຂອງການທ່ອງທ່ຽວສີຂຽວທີ່ເນັ້ນການມີສ່ວນຮ່ວມຂອງຊຸມຊົນ ໂດຍກວມເອົາເນື້ອທີ່ພັດທະນາ 80 ເຮັກຕາ, ເຂດອະນຸລັກຟອດຊິວ 350 ເຮັກຕາ ແລະ ການປົກປັກຮັກສາປ່າຕົ້ນນ້ຳທີ່ກວ້າງຂວາງກວ່າ 25,000 ເຮັກຕາ ເພື່ອຮັກສາຄວາມສົມບູນຂອງລະບົບນິເວດໃຫ້ຄົງຢູ່ຄຽງຄູ່ກັບການພັດທະນາ.
ສຳລັບການເປີດບໍລິການໃນໄລຍະທີ 1 ນີ້ ໄດ້ມີການຈັດຕັ້ງປະຕິບັດໂຄງລ່າງພື້ນຖານຢ່າງຮ່ວມສະໄໝ ແຕ່ຍັງຄົງກິ່ນອາຍທຳມະຊາດ ປະກອບມີເຮືອນພັກ 108 ຫຼັງ, ຮ້ານອາຫານ ແລະ ຄລັບເຮົ້າ 4 ແຫ່ງ ພ້ອມທັງກິດຈະກຳທ່ອງທ່ຽວທີ່ຫຼາກຫຼາຍກວ່າ 30 ຮູບແບບ ເຊິ່ງສາມາດຮອງຮັບນັກທ່ອງທ່ຽວໄດ້ສູງເຖິງ 3,000 ຄົນຕໍ່ມື້.
ຈຸດເດັ່ນທີ່ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ນັກວິທະຍາສາດ ແລະ ນັກທ່ອງທ່ຽວ ຄືການຄົ້ນພົບຖ້ຳທີ່ສວຍງາມກວ່າ 20 ແຫ່ງ ແລະ ຊາກຟອດຊິວພືດ-ສັດທີ່ມີອາຍຸຍືນຍາວເຖິງ 500 ລ້ານປີ ເຊິ່ງເປັນຫຼັກຖານທາງທໍລະນີວິທະຍາທີ່ສຳຄັນໃນການຊຸກຍູ້ໃຫ້ເຂດນີ້ກາຍເປັນສວນສາທາລະນະທໍລະນີວິທະຍາສາດແຫ່ງຊາດໃນອະນາຄົດ.
ນອກຈາກມິຕິດ້ານການທ່ອງທ່ຽວແລ້ວ ໂຄງການນີ້ຍັງເປັນກຳລັງຫຼັກໃນການຂັບເຄື່ອນເສດຖະກິດທ້ອງຖິ່ນ ໂດຍການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວຫຼາຍກວ່າ 300 ຕຳແໜ່ງ ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ກະຈາຍລາຍໄດ້ສູ່ຊຸມຊົນຢ່າງທົ່ວເຖິງ.
ໃນຂະນະດຽວກັນ ທາງຜູ້ລົງທຶນຍັງມີແຜນຍຸດທະສາດໄລຍະຍາວທີ່ຈະພັດທະນາໂຮງແຮມລະດັບສູງ ແລະ ສະໜາມກັອຟ 18 ຫຼຸມ ເພື່ອຜັກດັນໃຫ້ແຂວງຄໍາມ່ວນກາຍເປັນສູນກາງການທ່ອງທ່ຽວທີ່ຄົບວົງຈອນໃນພາກກາງຂອງປະເທດ.
ເຊິ່ງທາງຄະນະກຳມະການປົກຄອງແຂວງກໍໄດ້ສະແດງຄວາມເຊື່ອໝັ້ນຕໍ່ສັກກາຍະພາບຂອງຜູ້ລົງທຶນ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນຮອບດ້ານ ເພື່ອໃຫ້ໂຄງການນີ້ບັນລຸເປົ້າໝາຍການດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ລ້ານຄົນຕໍ່ປີ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດໃນຖານະຈຸດໝາຍປາຍທາງການທ່ອງທ່ຽວນິເວດທີ່ຍືນຍົງທີ່ສຸດໃນພາກພື້ນ.

#ຂຸນກອງແລງ #ທ່ອງທ່ຽວລາວ #ແຂວງຄໍາມ່ວນ #ທ່ອງທ່ຽວນິເວດ #ທ່ອງທ່ຽວສີຂຽວ #ການພັດທະນາແບບຍືນຍົງ #ຟອດຊິວ500ລ້ານປີ #ຂ່າວເສດຖະກິດລາວ

ມີມັນຕົ້ນຂາຍລາຄາຫນ້າສວນ 300,000 ກີບ/ໂຕ່ນ, ຂຸດໃຫ້ ແປງທາງລົດເຂົ້າໄດ້ໃຫ້, ແຕ່ເອົາຂຶ້ນລົດເອງ ສະຖານທີ່ ເມືອງວັງວຽງ, ຕິດທາງ 13...
12/02/2026

ມີມັນຕົ້ນຂາຍລາຄາຫນ້າສວນ 300,000 ກີບ/ໂຕ່ນ, ຂຸດໃຫ້ ແປງທາງລົດເຂົ້າໄດ້ໃຫ້, ແຕ່ເອົາຂຶ້ນລົດເອງ ສະຖານທີ່ ເມືອງວັງວຽງ, ຕິດທາງ 13 ເຫນືອ, ໃກ້ທາງດ່ວນ ຕິດຕໍ່ເບີ 020 55467895

👉🏻👉🏻ເປີດຮັບພະນັກງານ👈🏻👈🏻📌📌ຕຳແຫນ່ງຜູ້ຊ່ວຍ ຜູ້ບໍລິຫານ 1 ອັດຕາ 📌📌💁‍♂️ລາຍລະອຽດຕາມລຸ່ມນີ້ …..⤵️⤵️ #ຮັບສະຫມັກພະນັກງານ  #ຮັບສະຫມ...
20/01/2026

👉🏻👉🏻ເປີດຮັບພະນັກງານ👈🏻👈🏻
📌📌ຕຳແຫນ່ງຜູ້ຊ່ວຍ ຜູ້ບໍລິຫານ 1 ອັດຕາ 📌📌
💁‍♂️ລາຍລະອຽດຕາມລຸ່ມນີ້ …..⤵️⤵️
#ຮັບສະຫມັກພະນັກງານ #ຮັບສະຫມັກງານ

🏡 “ປະກາດເປີດຈອງ ດິນຈັດສັນ ເຂດພັດທະນາໃຫມ່ເມືອງວັງວຽງ”📍 ທຳເລດີ | ເຂົ້າ-ອອກສະດວກ | ເໝາະສ້າງບ້ານ• ດິນຕິດທາງໃຫຍ່ 13 ເຫນືອ• ດິ...
18/01/2026

🏡 “ປະກາດເປີດຈອງ ດິນຈັດສັນ ເຂດພັດທະນາໃຫມ່ເມືອງວັງວຽງ”

📍 ທຳເລດີ | ເຂົ້າ-ອອກສະດວກ | ເໝາະສ້າງບ້ານ
• ດິນຕິດທາງໃຫຍ່ 13 ເຫນືອ
• ດິນຖົມສູງ ນ້ຳບໍ່ຖ້ວມ
• ທາງລົດເຂົ້າເຖິງທຸກຕອນ
• ໄຟຟ້າ ⚡ | ນ້ຳປະປາ 🚰 ພ້ອມ
• ຫ່າງ ແຫລ່ງພັດທະນາທ່ອງທ່ຽວສຶກສາ ຮ/ງ ຊີມັງວັງວຽງ 1,2 km
• ຫ່າງ ສະຫນາມກ໋ອບ Lao Asia Golf Club 2 km
• ຫ່າງ ທາງດ່ວນ, ປ້ຳປຕທ&amezon cafe, ເມືອງວັງວຽງ 7 km
👉🏻 ເອກະສານຖືກຕ້ອງ, ຂອບທອງ ໂອນໄດ້ທັນທີ
————————
”ໂຄງການພັດທະນາ ແບ່ງດິນຈັດສັນ ບ້ານ ຂັນຫມາກ, ເມືອງ ວັງວຽງ, ແຂວງ ວຽງຈັນ”
📞📞ຕິດຕໍ່ເບີໂທ 55467895

12/01/2026

ກຽມປ່ອຍດິນຈັດສັນລາຄາດີ ບ້ານ ຂັນຫມາກ, ເມືອງວັງວຽງ, ແຂວງວຽງຈັນ ໄວໆນີ້

02/01/2026
31/12/2025

ມີດິນຂະຫນາດ 1600 m2 ຢູ່ແຖວດົງໝາກຄາຍ ຂາຍ 3,x00,000 ບາດ ໃກ້ທາງຄອນກຣີດ ສົນໃຈ inbox #ດິນງາມລາຄາຖືກ

29/12/2025

ຂາຍດິນເຂດວັງວຽງ 70,000 m2 ລາຄາ 9xx ບາດ/ແມັດ2 ຕິດແຄມທາງ 13 ເຫນືອ #ມີຄ່ານາຍໜ້າ #ລາຄາລົມກັນໄດ້

Address

Thalat

Alerts

Be the first to know and let us send you an email when APing ຊື້ຂາຍດິນ ພັດທະນາ ອະສັງຫາ ແລະ ກົນຈັກຫນັກ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share