Chaleun Sekong Energy Co.,Ltd

Chaleun Sekong Energy Co.,Ltd Powering a Greener Future with Sustainable Energy Resources
ສ້າງອະນາຄົດສີຂຽວ ດ້ວຍຊັບພະຍາກອນພະລັງງານ ແບບຍືນຍົງ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (ຈຊພ) ສ້າງຕັ້ງຂຶ້ນໃນວັນທີ 16 ມີນາ 2016, ປັດຈຸບັນ ມີທຶນຈົດທະບຽນ 330 ຕື້ກີບ. ບໍລິສັດ ເປັນເຈົ້າຂອງ, ພັດທະນາ, ກໍ່ສ້າງ ແລະ ຜະລິດ ພະລັງງານໄຟຟ້າ ຢູ່ພາຍໃນປະເທດ ຕາມນະໂຍບາຍພັດທະນາເສດຖະກິດ-ສັງຄົມ ແລະ ນະໂຍບາຍການຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານ ສປປ ລາວ. ເພື່ອບັນລຸເປົ້າໝາຍດັ່ງກ່າວ ບໍລິສັດ ໄດ້ເນັ້ນໃສ່ການກໍ່ສ້າງໂຮງງານຜະລິດໄຟຟ້າໃຫ້ໄດ້ມາດຕະຖານລະດັບໂລກ ໄປຄຽງຄູ່ກັບຄວາມຮັບຜິດຊອບຕໍ່ສັງຄົ

ມ ແລະ ຮັກສາສິ່ງແວດລ້ອມ. Chaleun Sekong Energy Company Limited (CSE), established on 16 March 2016 with a registered capital of LAK 330 trillion, owns, develops, constructs and produces electrical energy in Lao PDR in accordance with the Lao PDR government policies of socio-economic development and poverty reduction. In order to achieve this goal, the Company has focused on building power plants to world-class standards whilst respecting social responsibilities and providing environmental protection.

CSE ຂໍຂອບໃຈພະນັກງານ ແລະ ພີ່ນ້ອງແຮງງານທຸກຄົນທີ່ຮ່ວມກັນສ້າງຄວາມມັ່ນຄົງ ແລະ ພັດທະນາພະລັງງານຢ່າງຍືນຍົງ ⚡ສຸກສັນວັນກຳມະກອນສາກົ...
01/05/2026

CSE ຂໍຂອບໃຈພະນັກງານ ແລະ ພີ່ນ້ອງແຮງງານທຸກຄົນ
ທີ່ຮ່ວມກັນສ້າງຄວາມມັ່ນຄົງ ແລະ ພັດທະນາພະລັງງານຢ່າງຍືນຍົງ ⚡
ສຸກສັນວັນກຳມະກອນສາກົນ
ຄົບຮອບ 140 ປີ (1886 – 2026)
#ວັນກຳມະກອນ


#ແຮງງານຄືພະລັງ

📣 ປະກາດຮັບສະໝັກ ເພື່ອນຮ່ວມງານ​ ຫຼາຍ​ຕຳແໜ່ງ​ 📣📍 ປະຈໍາ ສໍານັກງານໃຫຍ່, ນະຄອນຫຼວງວຽງຈັນ📍 ປະຈໍາ ບໍລິສັດ ໄຊເສດຖາ ຂຸດຄົ້ນຄຳ ຈຳກ...
30/04/2026

📣 ປະກາດຮັບສະໝັກ ເພື່ອນຮ່ວມງານ​ ຫຼາຍ​ຕຳແໜ່ງ​ 📣

📍 ປະຈໍາ ສໍານັກງານໃຫຍ່, ນະຄອນຫຼວງວຽງຈັນ
📍 ປະຈໍາ ບໍລິສັດ ໄຊເສດຖາ ຂຸດຄົ້ນຄຳ ຈຳກັດ, ແຂວງ ວຽງຈັນ
📍 ປະຈໍາ ເຂື່ອນໄຟຟ້າ ນໍ້າເທີນ 1, ແຂວງ ບໍລິຄຳໄຊ
📍 ປະຈໍາ ເຂື່ອນໄຟຟ້າ ນໍ້າປາກຊ່ອງ, ແຂວງ ຈຳປາສັກ
📍 ປະຈໍາ ເຂື່ອນໄຟຟ້າ ນໍ້າອີມູນ, ແຂວງ ເຊກອງ
ຖ້າສົນໃຈສາມາດສົ່ງປະຫວັດ (CV) Email: 𝐑𝐞𝐜𝐫𝐮𝐢𝐭𝐦𝐞𝐧𝐭@𝐜𝐬𝐞𝐧𝐞𝐫𝐠𝐲.𝐥𝐚 ສະໝັກວຽກຜ່ານ Online, ດາວໂຫຼດແບບຟອມສະໝັກວຽກ ແລະ ເບິ່ງລາຍລະອຽດໜ້າວຽກຂອງແຕ່ລະຕຳແໜ່ງໄດ້ທີ່: https://csenergy.la/jobs
ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົນເອງໄດ້ ໃນໂມງລັດຖະການ ທີ່ຕຶກ ຈະເລີນເຊກອງ ພະລັງງານ ຈຳກັດ, ຊັ້ນ 1 ຝ່າຍບຸກຄະລາກອນ, ຖະໜົນ ໜອງບອນ, ໜ່ວຍ 8 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອງຫຼວງວຽງຈັນ, ແຜນທີ່ຕັ້ງສຳນັກງານໃຫຍ່: https://bit.ly/3DWlatD
ສອບຖາມຂໍ້ມູນເພີ່ມເຕີມ
☎️: 030 55 944 92
✉️: 𝐑𝐞𝐜𝐫𝐮𝐢𝐭𝐦𝐞𝐧𝐭@𝐜𝐬𝐞𝐧𝐞𝐫𝐠𝐲.𝐥𝐚
🌐: www.csenergy.la
🎥 TikTok: cs.energy
LinkedIn: 𝐂𝐡𝐚𝐥𝐞𝐮𝐧 𝐒𝐞𝐤𝐨𝐧𝐠 𝐄𝐧𝐞𝐫𝐠𝐲 𝐂𝐨.,𝐋𝐭𝐝
Facebook: 𝐂𝐡𝐚𝐥𝐞𝐮𝐧 𝐒𝐞𝐤𝐨𝐧𝐠 𝐄𝐧𝐞𝐫𝐠𝐲 𝐂𝐨.,𝐋𝐭𝐝

ປິດຮັບສະໝັກວັນທີ: 25/05/2026

✨ ສະບາຍດີປີໃໝ່ລາວ ພສ 2569! ✨ເນື່ອງໃນໂອກາດປີໃໝ່ລາວ ພສ 2569, ຄະນະຜູ້ບໍລິຫານ ແລະ ພະນັກງານທົ່ວ ບໍລິສັດ ຈະເລີນເຊກອງ ພະລັງງານ ...
14/04/2026

✨ ສະບາຍດີປີໃໝ່ລາວ ພສ 2569! ✨

ເນື່ອງໃນໂອກາດປີໃໝ່ລາວ ພສ 2569, ຄະນະຜູ້ບໍລິຫານ ແລະ ພະນັກງານທົ່ວ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຂໍອວຍພອນໄຊອັນປະເສີດມາຍັງທຸກໆທ່ານ, ການນຳພັກ-ລັດ ແລະ ຄູ່ຄ້າທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ.

ຂໍໃຫ້ທ່ານ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ມີສຸຂະພາບພະລານາໄມທີ່ເຂັ້ມແຂງ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ.ຂໍໃຫ້ປີໃໝ່ນີ້ເປັນປີແຫ່ງຄວາມຮຸ່ງເຮືອງ ແລະ ສົມຫວັງໃນທຸກປະການ.

ຂໍໃຫ້ທຸກທ່ານສະເຫຼີມສະຫຼອງບຸນປີໃໝ່ລາວ ດ້ວຍຄວາມມ່ວນຊື່ນ ແລະ ຄວາມສາມັກຄີ, ພ້ອມທັງຮ່ວມກັນປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ຍືນຍົງຕະຫຼອດໄປ.

-----------------------------------------------------
✨ Happy Lao New Year 2026! ✨

On the occasion of the Lao New Year BE 2569, the Management and Staff of Chaleun Sekong Energy Co., Ltd (CSE) extend our warmest wishes and sincerest blessings to all of you, including the Party and Government authorities, as well as our business partners both locally and internationally.

May you be blessed with lasting happiness, peace of mind, and robust health. We wish you continued success and excellence in all your professional endeavors. May this New Year be a period of great prosperity and fulfillment in every aspect of your life.

Furthermore, we hope everyone celebrates this festive season with joy and solidarity, while continuing to preserve and cherish the beautiful traditions of the Lao nation for generations to come.

-----------------------------------------------------

ໃນວັນທີ 26 ມີນາ 2026 ຢູ່ທີ່ ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ໄດ້ມອບເງິ...
26/03/2026

ໃນວັນທີ 26 ມີນາ 2026 ຢູ່ທີ່ ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ໄດ້ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພພິບັດທາງທໍາມະຊາດ (ພະຍຸໝາກເຫັບ) ຢູ່ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 2,000,000,000 ກີບ (ສອງຕື້ກີບ), ເຊິ່ງຕາງໜ້າມອບໂດຍ ທ່ານ ສົມກຽດ ພະສີ ປະທານສະພາບໍລິຫານ ທະນາຄານ ພັດທະນາລາວ ຈໍາກັດ ແລະ ໃຫ້ກຽດຕາງໜ້າກ່າວຮັບໂດຍ ທ່ານ ປອ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ເພື່ອສືບຕໍ່ນຳເອົາເງິນຈໍານວນດັ່ງກ່າວ ໄປຈັດສັນໃນການຈັດຊື້ວັດສະດຸກໍ່ສ້າງ-ສ້ອມແປງທີ່ພັກອາໄສ ແລະ ຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບໄດ້ຢ່າງທົ່ວເຖິງ.
ເຫດການພະຍຸລະດູຮ້ອນ ແລະ ໝາກເຫັບຕົກໜັກຄັ້ງນີ້ ເກີດຂຶ້ນໃນວັນທີ 22 ມີນາ 2026 ທີ່ຜ່ານມາ ຢູ່ບາງຕົວເມືອງ ໃນນະຄອນຫຼວງວຽງຈັນ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ເຮືອນຊານ ແລະ ຊັບສິນຂອງປະຊາຊົນ ກວມເອົາທັງໝົດ 7 ຕົວເມືອງ, ມີບ້ານທີ່ໄດ້ຮັບຄວາມເສຍຫາຍຫຼາຍກວ່າ 120 ບ້ານ ແລະ ເຮືອນປະຊາຊົນໄດ້ຮັບຜົນກະທົບ ລວມແລ້ວເກືອບ 2,000 ຫຼັງຄາເຮືອນ. ໃນນັ້ນ, ເມືອງທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນ ເມືອງ ສີໂຄດຕະບອງ ແລະ ເມືອງ ນາຊາຍທອງ ເຊິ່ງຄວາມເສຍຫາຍ ດ້ານທີ່ພັກອາໄສ ປະກອບມີ ຫຼັງຄາເຮືອນແຕກຮົ່ວ ແລະ ເປ່ເພ່, ດ້ານພາຫະນະ ເຊັ່ນ: ປະເພດລົດໃຫຍ່ ຖືກໝາກເຫັບຕົກໃສ່ ແກ້ວແວ່ນແຕກເປ່ເພ່ ເຊັ່ນກັນ ແລະ ບໍ່ພຽງເທົ່ານັ້ນ ບັນດາສະຖານທີ່, ລະບົບພື້ນຖານໂຄງລ່າງ ກໍ່ໄດ້ຮັບຜົນກະທົບ ເຊັ່ນດຽວກັນ ເຊິ່ງສົ່ງຜົນກະທົບໂດຍກົງ ຕໍ່ການດໍາລົງຊີວິດ ຂອງພໍ່ແມ່ປະຊາຊົນ.
ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ເປັນໜຶ່ງໃນພັນທະກິດ ຂອງບໍລິສັດ CSE ທີ່ຍຶດໝັ້ນການດໍາເນີນທຸລະກິດ ຄຽງຄູ່ໄປກັບຄວາມຫ່ວງໃຍຕໍ່ສັງຄົມ, ເຊິ່ງ CSE ຫວັງວ່າເປັນຢ່າງຍິ່ງວ່າ ການຊ່ວຍເຫຼືອໃນຄັ້ງນີ້ ຈະຊ່ວຍເປັນສ່ວນໜຶ່ງ ໃນການຟື້ນຟູກຳລັງໃຈ ຂອງຜູ້ປະສົບໄພ ແລະ ຊ່ວຍໃຫ້ພໍ່ແມ່ປະຊາຊົນ ສາມາດກັບມາດໍາເນີນຊີວິດຕາມປົກກະຕິໄດ້ໂດຍໄວ.
ໃນໂອກາດນີ້, ທ່ານ ປອ ເພັດ ພົມພິພັກ ໄດ້ກ່າວຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ກຸ່ມບໍລິສັດ ຈະເລີນເຊກອງ ທີ່ໄດ້ຮ່ວມປະກອບສ່ວນທຶນຮອນ ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນຄັ້ງນີ້, ເຊິ່ງຖືເປັນການປະກອບສ່ວນອັນສຳຄັນ ຮ່ວມກັບ ພາກລັດ ໃນການແກ້ໄຂບັນຫາ ຄວາມເດືອດຮ້ອນຂອງປະຊາຊົນ ໃຫ້ທັນກັບສະພາບການ.
"ກຸ່ມບໍລິສັດ CSE ຂໍສົ່ງມອບກໍາລັງໃຈອັນຈິງໃຈ ມາຍັງທຸກທ່ານທີ່ປະສົບໄພໃນຄັ້ງນີ້ ຂໍໃຫ້ທຸກທ່ານມີພະລັງໃຈ ແລະ ຄວາມເຂັ້ມແຂງ ເພື່ອກ້າວຂ້າມທຸກອຸປະສັກ ແລະ ຜ່ານພົ້ນສະຖານະການນີ້ໄປດ້ວຍກັນ”

ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ຢ່າງສຸດໃຈ (22 ມີນາ 1955 - 22 ມີນາ 2026). ດ້ວຍຄວາມຮູ້ບຸນຄຸນ ແລະ ນັບ...
22/03/2026

ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ຢ່າງສຸດໃຈ (22 ມີນາ 1955 - 22 ມີນາ 2026).

ດ້ວຍຄວາມຮູ້ບຸນຄຸນ ແລະ ນັບຖືຢ່າງສູງ ຈາກຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ.

--------------------------------------------

Celebrating the 71st Anniversary of the Lao People's Revolutionary Party (March 22, 1955 – March 22, 2026).

With deepest gratitude and high respect from the Management and Employees of Chaleun Sekong Energy Co., Ltd.

-------------------------
ສອບຖາມຂໍ້ມູນເພີ່ມຕື່ມ:
☎️ ໂທ: (+85621) 417788-9
🌐 www.csenergy.la
✉️ [email protected]

📢ໂອກາດໃນການສຳພາດວຽກ ກັບ CSE ມາຮອດແລ້ວ !!!🎉 ພົບກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຂອງພວກເຮົາໃນງານ “Walk-in Inte...
20/03/2026

📢ໂອກາດໃນການສຳພາດວຽກ ກັບ CSE ມາຮອດແລ້ວ !!!🎉

ພົບກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຂອງພວກເຮົາ
ໃນງານ “Walk-in Interview ຫຼື ຍ່າງເຂົ້າມາສຳພາດວຽກ”💼

ບູ໊ດພວກເຮົາມີກິດຈະກຳພິເສດເຊັ່ນ:

✅ສຳພາດວຽກກັບ CSE.
✅ໃຫ້ຄໍາແນະນໍາໃນການຂຽນ CV ຈາກທີມບຸກຄະລາກອນ.
✅ກິດຈະກຳຖາມ-ຕອບ ແລະ ຮັບຂອງລາງວັນທີ່ຫຼາກຫຼາຍ.

ແລ້ວມາພົບກັນທີ່ບູ໊ດ CSE ເດີ !

📌ທີ່: ໂຮງແຮມ ດອນຈັນພາເລດ
📆ວັນທີ 21 ມີນາ 2026, ເວລາ 9:00 - 16:00 ໂມງ
-------------------
ສອບຖາມຂໍ້ມູນເພີ່ມຕື່ມ:
☎️ ໂທ: (+85621) 417788-9
🌐 www.csenergy.la
✉️ [email protected]
------------------

ເຂື່ອນໄຟຟ້າ ຫ້ວຍລະແງ – ພະລັງງານແຫ່ງສາຍນ້ຳ ຄຽງຄູ່ກັບທຳມະຊາດເຂື່ອນໄຟຟ້າ ຫ້ວຍລະແງ ຕັ້ງຢູ່ທ່າມກາງພູເຂົາ ແລະ ປ່າໄມ້ອັນຂຽວງາມ ...
16/03/2026

ເຂື່ອນໄຟຟ້າ ຫ້ວຍລະແງ – ພະລັງງານແຫ່ງສາຍນ້ຳ ຄຽງຄູ່ກັບທຳມະຊາດ

ເຂື່ອນໄຟຟ້າ ຫ້ວຍລະແງ ຕັ້ງຢູ່ທ່າມກາງພູເຂົາ ແລະ ປ່າໄມ້ອັນຂຽວງາມ ຂອງບ້ານໂບປິງ ເມືອງກະລຶມ ແຂວງ ເຊກອງ ເປັນໂຄງການພະລັງງານນໍ້າ ທີ່ຖືກພັດທະນາຂຶ້ນດ້ວຍຄວາມມຸ່ງໝັ້ນ ໃນການນຳໃຊ້ຊັບພະຍາກອນ ທຳມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດ ລະຫວ່າງການພັດທະນາ ແລະ ການຮັກສາສິ່ງແວດລ້ອມ. ໂຄງການດັ່ງກ່າວ ໄດ້ຮັບການລົງທຶນໂດຍ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຖືຮຸ້ນ 30% ແລະ ບໍລິສັດ SDK ຖືຮຸ້ນ 70% ເພື່ອຮ່ວມສ້າງແຫຼ່ງພະລັງງານທີ່ສະອາດ ສົ່ງອອກໃຫ້ແກ່ພາກພື້ນ.

ເຂື່ອນໄຟຟ້າ ຫ້ວຍລະແງ ເລີ່ມລົງມືກໍ່ສ້າງ ໃນປີ 2022 ໂດຍແມ່ນບໍລິສັດ Sino Hydro ເປັນຜູ້ຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາແມ່ນ ບໍລິສັດ China Water Conservancy and Hydropower Engineering Consulting northwest ແລະ ບໍລິສັດ Powerchina Hubei ເປັນຜູ້ຮັບເໝົາຕິດຕັ້ງເຄື່ອງຈັກປັ່ນໄຟ. ເຂື່ອນດັ່ງກ່າວ ເປັນເຂື່ອນຮູບແບບມີອ່າງເກັບນໍ້າ (Reservoir) ທີ່ຖືກອອກແບບໃຫ້ກົມກຽວກັບພູມສັນຖານທາງທຳມະຊາດ, ສັນເຂື່ອນມີຄວາມສູງ 60 ແມັດ ແລະ ມີພື້ນທີ່ຮອງຮັບນໍ້າຝົນກວ້າງເຖິງ 279.8 km2, ມີກໍາລັງການຕິດຕັ້ງທັງໝົດ 60 MW ເປັນປະເພດຈັກ Vertical Pelton ແກນຕັ້ງ ຈໍານວນ 2 ໜ່ວຍ ສາມາດຜະລິດພະລັງງານໄຟຟ້າ ສະເລ່ຍ 289.69 ກິ GWh/ປີ.

ເຂື່ອນໄຟຟ້າ ຫ້ວຍລະແງ ໄດ້ລົງນາມສັນຍາສຳປະທານ ກັບ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ໃນວັນທີ 22 ທັນວາ 2021 ເພື່ອພັດທະນາແຫຼ່ງພະລັງງານນໍ້າ ໃຫ້ເກີດປະໂຫຍດສູງສຸດ. ພ້ອມກັນນີ້, ຍັງໄດ້ສໍາເລັດການເຈລະຈາ ແລະ ເຊັນສັນຍາຊື້-ຂາຍໄຟຟ້າກັບ ລັດວິສາຫະກິດໄຟຟ້າ ແຫ່ງ ສສ ຫວຽດນາມ (EVN) ໃນວັນທີ 17 ພຶດສະພາ 2023 ເພື່ອສົ່ງອອກພະລັງງານໄຟຟ້າສະອາດ ໄປຍັງ ສສ ຫວຽດນາມ. ມາຮອດປັດຈຸບັນ ວຽກງານການກໍ່ສ້າງ, ຕິດຕັ້ງ ແລະ ທົດສອບເຄື່ອງຈັກຜະລິດໄຟຟ້າ ແມ່ນສໍາເລັດ 100% ແລະ ມີຄວາມພ້ອມໃນການສົ່ງຂາຍໄຟຟ້າຢ່າງເປັນທາງການ (COD) ໃນເດືອນ ມິຖຸນາ 2026 ໃຫ້ແກ່ EVN.

ເຂື່ອນໄຟຟ້າ ຫ້ວຍລະແງ ບໍ່ແມ່ນພຽງແຕ່ແຫຼ່ງຜະລິດໄຟຟ້າສະອາດຈາກພະລັງງານນໍ້າ ແຕ່ຍັງເປັນໜຶ່ງໃນການຂັບເຄື່ອນໃຫ້ແກ່ວຽກງານການຄ້າ-ການລົງທຶນ ແລະ ການສ້າງເຮັດວຽກງານທໍາໃຫ້ແກ່ປະຊາຊົນ ໃນທ້ອງຖິ່ນ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ໃຫ້ແກ່ການພັດທະນາທາງເສດຖະກິດ ຂອງແຂວງ ເຊກອງ ກໍຄື ຂອງປະເທດ, ພ້ອມທັງເປັນສັນຍາລັກ ຂອງການພັດທະນາ ຄຽງຄູ່ກັບ ການຮັກສາສິ່ງແວດລ້ອມ ເພື່ອໃຫ້ສາຍນ້ຳ ແລະ ປ່າໄມ້ ຍັງຄົງສວຍງາມ ແລະ ອຸດົມສົມບູນ ໃຫ້ຍືນຍົງຕະຫຼອດໄປ.

Houay La Ngae Hydropower Dam – The Power of Water in Harmony with Nature

The Houay La Ngae Hydropower Dam is located among the mountains and lush green forests of Boping Village, Kaleum District, Sekong Province, Laos. It is a hydropower project developed with a strong commitment to utilizing natural resources efficiently while balancing development with environmental protection.

The project is jointly invested in by Chaleun Sekong Energy Co., Ltd., which holds 30% of the shares, and SDK Company, which holds 70%, with the aim of creating a clean energy source for export to the region.

Construction of the Houay La Ngae Hydropower Dam began in 2022, with Sino Hydro serving as the main construction contractor. The consulting company is China Water Conservancy and Hydropower Engineering Consulting Northwest, while Powerchina Hubei is responsible for installing the power-generation equipment.

The dam is designed as a reservoir-type hydropower project that blends with the natural landscape. The dam crest has a height of 60 meters, and the catchment area covers 279.8 km². The total installed capacity is 60 MW, utilizing two vertical-axis Pelton turbines. The plant can generate an average of approximately 289.69 GWh of electricity per year.

The Houay La Ngae Hydropower Project signed a concession agreement with the Government of the Lao PDR, represented by the Ministry of Planning and Investment, on December 22, 2021, to develop and maximize the benefits of hydropower resources. In addition, the project successfully negotiated and signed a Power Purchase Agreement (PPA) with Vietnam Electricity (EVN) on May 17, 2023, to export clean electricity to Vietnam.

At present, construction, installation, and testing of the power-generation equipment have been completed 100%, and the project is ready for Commercial Operation Date (COD) in June 2026 to officially supply electricity to EVN.

The Houay La Ngae Hydropower Dam is not only a source of clean energy generated from water but also plays an important role in promoting trade, investment, and job creation for local communities. It contributes significantly to the economic development of Sekong Province and the country as a whole, while also symbolizing development that goes hand in hand with environmental conservation—ensuring that rivers and forests remain beautiful and abundant for generations to come.

💙ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 116 ປີ (08 ມີນາ 1910 - 08 ມີນາ 2026) 💐ແມ່ຍິງ ມີບົດບາດສຳຄັນຕໍ່ການຂັບເຄື່ອນເສດຖະກິດ ແລະ ສັງຄ...
08/03/2026

💙ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 116 ປີ (08 ມີນາ 1910 - 08 ມີນາ 2026) 💐

ແມ່ຍິງ ມີບົດບາດສຳຄັນຕໍ່ການຂັບເຄື່ອນເສດຖະກິດ ແລະ ສັງຄົມ. ຄຳວ່າ “ແມ່ຍິງ” ຍັງເປັນຕົວແທນຂອງຄຳວ່າ ອົດທົນ, ສູ້ຊົນ ເປັນຜູ້ທີ່ສ້າງແຮງບັນດານໃຈໃນການເຮັດວຽກ ແລະ ການໃຊ້ຊີວິດ.

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ, ທາງ CSE ຂອງພວກເຮົາຂໍອວຍພອນໄຊ ໃຫ້ແມ່ຍິງທຸກໆທ່ານຈົ່ງມີແຕ່ຄວາມສຸກ, ສືບຕໍ່ຄວາມເຂັ້ມແຂງ, ສ້າງຄວາມຈະເລີນກ້າວໜ້າໃນທຸກບາດກ້າວ ແລະ ເຕີບໂຕໄປຂ້າງໜ້າໄດ້ຢ່າງໝັ້ນຄົງ.

-------------------------------------------------

Happy International Women's Day (March 8, 1910 – March 8, 2026)

Women play a vital role in driving both the economy and society. The word 'Woman' represents resilience and perseverance—the very essence of inspiration in both work and life.

On the occasion of the 116th Anniversary of International Women's Day, we at CSE would like to extend our warmest wishes to all women. May you be filled with happiness, continue to stand strong, achieve progress in every step you take, and grow towards a sustainable and stable future.

-------------------------
ສອບຖາມຂໍ້ມູນເພີ່ມຕື່ມ:
☎️ ໂທ: (+85621) 417788-9
🌐 www.csenergy.la
✉️ [email protected]

📢ກຽມພົບກັບບູ໊ດ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຂອງພວກເຮົາໃນງານ “ມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI” 📖ພາ...
07/03/2026

📢ກຽມພົບກັບບູ໊ດ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຂອງພວກເຮົາ
ໃນງານ “ມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI” 📖
ພາຍໃຕ້ຄໍາຂວັນ: “ໜັງສືເຊື່ອມໂຍງວັດທະນະທໍາ Books Connecting Culture”

ນອກຈາກພາຍໃນງານ ຈະມີການເປີດໂຕປື້ມໃໝ່ແລ້ວ, ທີ່ບູ໊ດ CSE ພວກເຮົາຍັງກຽມກິດຈະກຳພິເສດເຊັ່ນ:

✅ໃຫ້ຄຳແນະນຳ ແລະ ແລກປ່ຽນຄວາມຮູ້ດ້ານພະລັງງານສະອາດ.
✅ຮ່ວມມ່ວນຊື່ນກັບກິດຈະກຳ ແລະ ຮັບຂອງລາງວັນທີ່ຫຼາກຫຼາຍເຊັ່ນ: ເສື້ອໂປໂລ, ຖົງຜ້າຮັກໂລກ ແລະ ອື່ນໆ...

ແລ້ວມາພົບກັນຫຼາຍໆເດີ ເພື່ອຮ່ວມສ້າງວັດທະນະທຳການອ່ານ ແລະ ຮຽນຮູ້ໄປນຳກັນ! 💙

📌ທີ່: ບູ໊ດ K35 ໜ້າເວທີ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ
📆ວັນທີ: 10-15 ມີນາ 2026, ເວລາ 9:00 - 17:00 ໂມງ

------------------------
ສອບຖາມຂໍ້ມູນເພີ່ມຕື່ມ:
☎️ ໂທ: (+85621) 417788-9
🌐 www.csenergy.la
✉️ [email protected]


#ໜັງສືເຊື່ອມໂຍງວັດທະນະທຳ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ຈັດກອງປະຊຸມຜູ້ຖືຮຸ້ນ ຢ່າງເປັນທາງການໃນຕອນບ່າຍ ຂອງວັນທີ 17 ກຸມພາ 2026, ບໍລິສັດ ໄຟຟ້າ ນໍ້າເ...
20/02/2026

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ຈັດກອງປະຊຸມຜູ້ຖືຮຸ້ນ ຢ່າງເປັນທາງການ
ໃນຕອນບ່າຍ ຂອງວັນທີ 17 ກຸມພາ 2026, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ (NT1PC) ໄດ້ຈັດກອງປະຊຸມວິສາມັນຜູ້ຖືຮຸ້ນຂຶ້ນ ຢ່າງເປັນທາງການ ທີ່ຢູ່ຫ້ອງປະຊຸມ ສຳນັກງານໃຫຍ່ ທະນາຄານພັດທະນາລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໃນນາມຜູ້ຖືຮຸ້ນຫຼັກ ແລະ ມີບັນດາບໍລິສັດທີ່ເປັນຂາຮຸ້ນ ເຂົ້າຮ່ວມ ເຊັ່ນ: ກຸ່ມ ບໍລິສັດ ພອນສັກ (PSG), ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ແລະ ບໍລິສັດ ຜະລິດໄຟຟ້າ ຈຳກັດ ມະຫາຊົນ (EGCO) ຈາກ ປະເທດໄທ ພ້ອມດ້ວຍ ຄະນະສະພາບໍລິຫານ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາວາລະສຳຄັນ ເປັນຕົ້ນແມ່ນ ແຜນທຸລະກິດ ແລະ ແຜນງົບປະມານ ປະຈຳປີ 2026 ແລະ ວຽກງານອື່ນໆທີ່ສໍາຄັນ, ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການປຶກສາຫາລືກັນ ຢ່າງສ້າງສັນ, ກົງໄປກົງມາ, ມີລັກສະນະຮອບດ້ານ ເຫັນໄດ້ເຖິງຄວາມມຸ່ງໝັ້ນ ຂອງບັນດາຜູ້ຖືຮຸ້ນ ໃນການຂັບເຄື່ອນພາລະກິດ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາຜູ້ຖືຮຸ້ນ ແລະ ຄະນະສະພາບໍລິຫານ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃນການຂັບເຄື່ອນ ໃຫ້ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ດຳເນີນກິດຈະການຢ່າງມີຜົນສໍາເລັດ ແລະ ຍຶດໝັ້ນໃນຄວາມຮັບຜິດຊອບຕໍ່ສັງຄົມ.
NT1PC Company Holds Official Shareholders’ Meeting
In the afternoon of February 17, 2026, Nam Theun 1 Power Company Limited (NT1PC) officially held its annual shareholders’ meeting at Lao Development Banks' meeting room in Vientiane, chaired by Mr. Chanthanome Phommany, Chairman of CSE as the shareholder. The meeting included major shareholders, such as Phonesak Group (PSG), EDL-Gen Public Company (EDL-Gen), and EGCO Public Company Limited (EGCO) from Thailand, along with the Board of committee from NT1PC.
The meeting approved important matters, including the company’s business plan, annual budget for 2026, and other key activities. Participants engaged in constructive and thorough discussions, reflecting the commitment of shareholders to drive the company’s sustainable growth.
On this important occasion, NT1PC sincerely expressed its gratitude to the shareholders and the management council for their continued support in driving the company’s successful operations and maintaining responsibility to society.
#ບໍລິສັດຈະເລີນເຊກອງພະລັງງານຈໍາກັດ #ເຂື່ອນໄຟຟ້ານໍ້າເທີນ1

🔊ປະກາດລາຍຊື່ຜູ້ໂຊກດີ ທີ່ຮ່ວມຕອບຄຳຖາມ ໃນກິດຈະກຳ“Energy of Love ເຕີມຄວາມຮັກໃຫ້ທຸກການເຮັດວຽກ”💙🎉ຂໍສະແດງຄວາມຍິນດີນຳຜູ້ໂຊກດີ ທ...
14/02/2026

🔊ປະກາດລາຍຊື່ຜູ້ໂຊກດີ
ທີ່ຮ່ວມຕອບຄຳຖາມ ໃນກິດຈະກຳ
“Energy of Love ເຕີມຄວາມຮັກໃຫ້ທຸກການເຮັດວຽກ”💙

🎉ຂໍສະແດງຄວາມຍິນດີນຳຜູ້ໂຊກດີ ທີ່ໄດ້ຮັບກະເປົາ CSE
ເຊິ່ງມີລາຍຊື່ດັ່ງນີ້:

1. Thip Phimmasone
2. Aoy Xaiyavongsone
3. N’Nim Pctvs
4. ນາງ ວິລັດດາ ອັງຄະໄລ
5. Nuttaphon Sdv

📌ສຳລັບຜູ້ໂຊກດີທີ່ໄດ້ຮັບຂອງລາງວັນ ສາມາດຕິດຕໍ່ຮັບຂອງລາງວັນໄດ້ທີ່ ເພຈ Chaleun Sekong Energy Co.,Ltd ກ່ອນວັນທີ 25 ກຸມພາ 2026

ຂໍຂອບໃຈທຸກໆຄົນ ທີ່ຮ່ວມຫຼິ້ນກິດຈະກຳນຳທາງ CSE ຂອງພວກເຮົາ ຫວັງວ່າທ່ານ ຈະເປັນຜູ້ໂຊກດີໃນຄັ້ງຕໍ່ໄປ. 💙

Address

Nongbone Road, Unit 8
Vientiane
85620

Opening Hours

Monday 08:00 - 05:00
Tuesday 08:00 - 05:00
Wednesday 08:00 - 05:00
Thursday 08:00 - 05:00
Friday 08:00 - 05:00

Alerts

Be the first to know and let us send you an email when Chaleun Sekong Energy Co.,Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Chaleun Sekong Energy Co.,Ltd:

Share

Category