21/05/2026
LXML ມອບທຶນ 525 ລ້ານກີບ ຈັດກວດສຸຂະພາບຄົບວົງຈອນໃຫ້ 7 ບ້ານເປົ້າໝາຍ ຢູ່ເມືອງວິລະບູລີ | LXML Provides LAK 525 million to Support Health Screenings for Seven Villages in Vilabouly District
ທີ່ ເມືອງວີລະບູລີ, ແຂວງສະຫວັນນະເຂດ – ພາຍໃຕ້ຄວາມເຊື່ອໝັ້ນວ່າ "ສຸຂະພາບທີ່ດີຂອງຊຸມຊົນ ແມ່ນຮາກຖານອັນສຳຄັນທີ່ສຸດຂອງການພັດທະນາທີ່ຍືນຍົງ", ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ຈຶ່ງບໍ່ເຄີຍຢຸດນິ້ງໃນການດູແລເອົາໃຈໃສ່ ແລະ ຍົກລະດັບຄຸນນະພາບຊີວິດຂອງພີ່ນ້ອງປະຊາຊົນໃນເຂດອ້ອມຂ້າງໂຄງການ. ເມື່ອບໍ່ດົນມານີ້, ບໍລິສັດ ໄດ້ສືບຕໍ່ມອບທຶນສະໜັບສະໜູນມູນຄ່າ 525,500,000 ກີບ ເພື່ອຮ່ວມມືກັບຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍເມືອງວີລະບູລີ ຈັດຕັ້ງປະຕິບັດໂຄງການລົງກວດສຸຂະພາບໃຫ້ແກ່ປະຊາຊົນໃນ 7 ບ້ານເປົ້າໝາຍ ທີ່ນອນຢູ່ໃນເຂດອ້ອມຂ້າງ ໂຄງການ ບໍ່ຄໍາ-ທອງ ເຊໂປນ ພາຍໃຕ້ແຜນງານປະເມີນຜົນກະທົບທາງດ້ານສຸຂະພາບ (HIA) ປີ 2026.
ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາຢ່າງຕໍ່ເນື່ອງແຕ່ຕົ້ນປີ 2025 ເພື່ອຕິດຕາມສຸຂະພາບຂອງຊຸມຊົນອ້ອມຂ້າງເຂດໂຄງການຢ່າງໃກ້ຊິດ. ສຳລັບ 2026 ນີ້, ທີມແພດໝໍຊ່ຽວຊານພ້ອມດ້ວຍອຸປະກອນການແພດທີ່ທັນສະໄໝ ໄດ້ລົງເຄື່ອນໄຫວໃນລະຫວ່າງວັນທີ 20 ມີນາ ຫາ 10 ເມສາ 2026. ເປົ້າໝາຍການລົງກວດກາແມ່ນກວມເອົາປະຊາຊົນຈຳນວນ 405 ຄົນ ຈາກ 7 ບ້ານ ຄື: ບ້ານ ນາເທນເຮຍ, ບ້ານ ນາກະຈັນ, ບ້ານ ຊຽງແລ, ບ້ານ ນາແກ, ບ້ານ ໃໝ່ນາແມງ, ບ້ານນາໂພ ແລະ ບ້ານນໍ້າຄືນໃນ. ໃນນີ້, ຈະເນັ້ນໃຫ້ການບໍລິການແກ່ກຸ່ມເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຈຳນວນ 87 ຄົນ ແລະ ກຸ່ມໄວໜຸ່ມຮອດຜູ້ສູງອາຍຸ (6 ຫາ 70 ປີ) ຈຳນວນ 318 ຄົນ.
ການລົງພື້ນທີ່ໃນຄັ້ງນີ້ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຮັບການປະເມີນສຸຂະພາບທີ່ຊັດເຈນ ແລະ ໄດ້ມາດຕະຖານ, ການລົງພື້ນທີ່ໃນຄັ້ງນີ້ໄດ້ນຳເອົາອຸປະກອນທາງການແພດທີ່ທັນສະໄໝ ແລະ ທີມແພດໝໍຊ່ຽວຊານ ໄປໃຫ້ບໍລິການແບບຄົບວົງຈອນ ເຊັ່ນ: ການເຈາະເລືອດກວດຫາພະຍາດຕ່າງໆ (ລວມເຖິງກວດການເຮັດວຽກຂອງໄຂ່ຫຼັງ, ຕັບ ແລະ ໄຂມັນ), ກວດຍ່ຽວ, ກວດອາຈົມ, ກວດຄື້ນໄຟຟ້າຫົວໃຈ (EKG) ແລະ ຍັງມີການຊ່ອງໄຟຟ້າປອດ (Digital X-ray) ໂດຍສະເພາະແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ. ການກວດກາຢ່າງລະອຽດເຫຼົ່ານີ້ ຈະຊ່ວຍໃຫ້ສາມາດກວດພົບຄວາມສ່ຽງຂອງພະຍາດໄດ້ແຕ່ຫົວທີ ເຊິ່ງຈະນຳໄປສູ່ການປິ່ນປົວທີ່ທັນເວລາ ແລະ ມີປະສິດທິພາບ.
ນອກຈາກການບໍລິການກວດ ແລະ ປິ່ນປົວເບື້ອງຕົ້ນແລ້ວ, ຈຸດປະສົງຫຼັກຂອງໂຄງການຍັງລວມໄປເຖິງການເກັບກຳຖານຂໍ້ມູນດ້ານສຸຂະພາບຂອງຊຸມຊົນໃນປີ 2026 ເພື່ອນຳໄປປຽບທຽບກັບຂໍ້ມູນເດີມທີ່ເຄີຍເກັບກຳໄວ້ໃນປີ 2025. ການປຽບທຽບຂໍ້ມູນນີ້ ຈະເປັນກຸນແຈສຳຄັນທີ່ຊ່ວຍໃຫ້ພາກສ່ວນສາທາລະນະສຸກ ສາມາດວາງແຜນປ້ອງກັນ, ແນະນຳວິທີການເບິ່ງແຍງສຸຂະພາບ ແລະ ລົບລ້າງຄວາມເຊື່ອແບບງົມງວາຍໃນຊຸມຊົນໄດ້ຢ່າງກົງຈຸດ.
LXML ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອ ເບິ່ງແຍງ, ເອົາໃຈໃສ່ ແລະ ສົ່ງເສີມສຸຂະພາບທີ່ແຂງແຮງໃຫ້ແກ່ຊຸມຊົນເມືອງວີລະບູລີ. ພວກເຮົາຈະຍັງຄົງຢືນຢູ່ຄຽງຂ້າງຊຸມຊົນທ້ອງຖິ່ນ, ສືບຕໍ່ເຮັດວຽກຮ່ວມກັບອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ແລະ ຊຸກຍູ້ໃຫ້ທຸກບ້ານອ້ອມຂ້າງໂຄງການ ກ້າວໄປສູ່ການມີຄຸນນະພາບຊີວິດທີ່ດີ ແລະ ເຕີບໂຕໄປພ້ອມໆກັບພວກເຮົາຕະຫຼອດໄປ.
----------------------------------
Vilabouly District, Savannakhet Province – Lane Xang Minerals Limited Company (LXML) has provided LAK 525,500,000 to support comprehensive health screenings for residents in seven target villages around the Sepon Gold and Copper Mine, reinforcing its continued commitment to community health and sustainable development.
The initiative is being implemented in collaboration with the Vilabouly District Health Office and Vilabouly District Hospital under the 2026 Health Impact Assessment (HIA) program. The program aims to monitor community health trends, promote early detection of potential health risks, and support improved access to healthcare services for local residents.
Health screening activities were conducted from 20 March to 10 April 2026 by a team of medical specialists using modern medical equipment. 405 residents from seven villages (Na Then Hia, Na Kachan, Xieng Lae, Na Ke, Mai Na Meng, Na Pho, and Nam Kheun Nai) participated. This included 87 children under five years old, and 318 residents aged between 6 and 70 years, covering adolescents, adults, and elderly community members.
The health services included blood tests for kidney function, liver function, and lipid profiles, as well as urinalysis, stool examinations, electrocardiograms, and digital chest X-rays for residents aged 60 and above. These examinations are designed to support early identification of health issues and enable timely advice, treatment, or referral where required.
In addition to providing direct health screening services, the program will contribute to the development of a 2026 community health database, which will be compared with baseline data collected in 2025. The findings will help the public health sector strengthen preventive healthcare planning, provide appropriate health guidance, and improve community understanding of medical and public health issues.
The initiative reflects LXML’s long-term commitment to supporting public health and improving quality of life in Vilabouly District. By working closely with local authorities and healthcare providers, LXML continues to support practical programs that promote safer, healthier, and more sustainable communities around the Sepon Gold and Copper Mine.