Summit Home Summit Home Co., Ltd offer Survey and Designs for resident Houses small-medium raise buildings as well as factory and warehouse.

we are determined to offer our customers design-build for projects of all sizes within our integrity services.

ນັກຮຽນຈົບໃຫ່ມກໍ່ຮັບເດີສົນໃຈຕິດຕໍ່ສອບຖາມ 020 77750400
08/05/2024

ນັກຮຽນຈົບໃຫ່ມກໍ່ຮັບເດີ
ສົນໃຈຕິດຕໍ່ສອບຖາມ 020 77750400

25/12/2022
( English Below )ບໍລິສັດ ຊຳມິດໂຮມ ຈຳກັດ ກໍ່ຕັ້ງຂຶ້ນ ໃນປີ 2013 ໂດຍໃຫ້ບໍລິການທາງດ້ານການ ສຳຫຼວດ ແລະ ອອກແບບສະຖາປັດຕະຍາກຳ ສຳລ...
25/11/2022

( English Below )

ບໍລິສັດ ຊຳມິດໂຮມ ຈຳກັດ ກໍ່ຕັ້ງຂຶ້ນ ໃນປີ 2013 ໂດຍໃຫ້ບໍລິການທາງດ້ານການ ສຳຫຼວດ ແລະ ອອກແບບສະຖາປັດຕະຍາກຳ ສຳລັບເຮືອນທີ່ພັກອາໄສ ແລະ ການອອກ ແບບໂຄງສ້າງ ສຳລັບອາຄານຂະໜາດກາງ ຕະຫຼອດຮອດໂຮງງານ ແລະ ສາງສິນຄ້າ.

ນັບແຕ່ປີ 2013 ພວກເຮົາໄດ້ມຸ່ງໝັ້ນ ທີ່ຈະນຳສະໜີບໍລິການວາງແຜນກ່ອນການກໍ່ສ້າງ, ອອກແບບ ແລະ ການບໍລິຫານການກໍ່ສ້າງ ສຳລັບໂຄງການທຸກປະເພດ ພາຍໃຕ້ການບໍລິການ ດ້ວຍຄວາມຊື່ສັດຂອງພວກເຮົາໃຫ້ແກ່ລູກຄ້າ. ພ້ອມກັບວິໄສທັດ ເພື່ອຍົກລະດັບ ການໃຫ້ບໍລິການໃນດ້ານອຸດສາຫະກຳກໍ່ສ້າງ ໃຫ້ດີທີ່ສຸດ ພ້ອມມອບຜົນງານທີ່ເໜືອລະດັບໃຫ້ກັບທຸກໂຄງການ ແລະ ເປັນຕົວເລືອກທີ່ດີທີ່ສຸດ ເພື່ອຕອບສະໜອງໃຫ້ກັບລູກຄ້າຫຼາຍທີ່ສຸດ.

ສຳລັບການນຳໃຊ້ບໍລິການຂອງພວກເຮົານັ້ນ ກໍມີຄວາມສະດວກສະບາຍ ແລະ ມີຂັ້ນຕອນງ່າຍໆດັ່ງນີ້:

- ຂັ້ນຕອນທີ່ 1: ທ່ານສາມາດຕິດຕໍ່ຫາພວກເຮົາເພື່ອສອບຖາມຂໍ້ມູນໄດ້ທີ່

☎️ໂທລະສັບຫ້ອງການ: 021 417 728
📞ມືຖື / WhatsApp: 020 585 383 60
page: Summit Home
Email: [email protected]

- ຂັ້ນຕອນທີ່ 2: ແຈ້ງລາຍລະອຽດ ແລະ ບໍລິການ ທີ່ຕ້ອງການໃຫ້ກັບທີມງານເຮົາ
- ຂັ້ນຕອນທີ່ 3: ພະນັກງານຂອງພວກເຮົາຈະໃຫ້ຄຳແນະນຳ ບາງສ່ວນໃຫ້ກັບທ່ານ ພ້ອມດຳເນີນການປະເມີນ ສຳຫຼວດຕົວຈິງ
- ຂັ້ນຕອນທີ 4: ເມື່ອປະເມີນ ແລະ ສະຫຼຸບໄດ້ລາຍລະອຽດທີ່ຊັດເຈນແລ້ວ ທີມງານເຮົາຈະຕິດຕໍ່ຫາທ່ານເພື່ອນັດມື້ ມາລົມລາຍລະອຽດຄ່າໃຊ້ຈ່າຍ ແລະ ຂັ້ນຕອນການດຳເນີນງານ
- ຂັ້ນຕອນທີ່ 5: ຫຼັງຈາກທີ່ຕົກລົງເຫັນດີກັນແລ້ວ, ທີມງານຂອງພວກເຮົາຈະກະກຽມ ເພື່ອລົງມືປະຕິບັດ.

ທຸກຂັ້ນຕອນການດຳເນີນງານຂອງເຮົາເປັນໄປຢ່າງມີປະສິດທິພາບ ກັບທີມງານທີ່ມີປະສົບການສະເພາະດ້ານ ພ້ອມລາຍລະອຽດຂໍ້ມູນທີ່ຊັດເຈນທຸກການໃຊ້ຈ່າຍ. ເພື່ອໃຫ້ທ່ານໝັ້ນໃຈ ແລະ ຮັບຮູ້ນຳທຸກການເຄື່ອນໄຫວທີ່ເກີດຂຶ້ນ!

----------------------------

Summit Home Co., Ltd was established in 2013 offering Architectural Surveys and Designs for Residences and Structural Designs for small to medium-rise buildings as well as factories and warehouses.

Since 2013, we have been determined to offer our customers the best pre-construction planning services, design-build and construction management for projects of all sizes within our integrated services.

To use our services, these are the convenient and simple steps to follow:

- Step 1: You can contact us to inquire about information at
☎️ Office phone: 021 417 728
📞 Mobile / WhatsApp: 020 585 383 60
page: Summit Home
Email: [email protected]

Step 2: Description of your purpose with information and your requirements and location

Step 3: Our staff will give you some advice and conduct a real survey assessment

Step 4: After evaluating and summarizing giving clear details, the team will contact you to schedule a date to talk about the details of costs and operation procedures.

Step 5: After agreeing, our team will prepare to start the project.

Every step of our operation is done efficiently with a specific experienced team. All detailed information with every expenditure for you to be confident and aware of all the activities that need to happen!

#ອອກແບບກໍ່ສ້າງ #ສະຖາປັດ

(English Below)ເຊື່ອ ຫຼື ບໍ່ວ່າ: ຫ້ອງການທີ່ມີການການອອກແບບ ຈັດສັນພື້ນທີ່ການໃຊ້ວຽກ, ຕົບແຕ່ງ ສວຍງາມ ທັນສະໄໝ ການໃຊ້ສີສັນທີ່ສ...
18/11/2022

(English Below)

ເຊື່ອ ຫຼື ບໍ່ວ່າ: ຫ້ອງການທີ່ມີການການອອກແບບ ຈັດສັນພື້ນທີ່ການໃຊ້ວຽກ, ຕົບແຕ່ງ ສວຍງາມ ທັນສະໄໝ ການໃຊ້ສີສັນທີ່ສົດໃສ ອອກແບບທຸກມຸມໄວ້ເປັນຢ່າງດີ ມີຜົນຕໍ່ກັບການເຮັດວຽກຂອງທີມງານ ແລະ ໝາກຜົນຂອງບໍລິສັດ!

ເພາະຫ້ອງການທີ່ໜ້າຢູ່ ຈະເຮັດໃຫ້ພະນັກງານຮູ້ສຶກມີຄວາມສຸກໄປກັບການເຮັດວຽກ ບໍ່ໜ້າເບື່ອ ບໍ່ເຮັດໃຫ້ກົດດັນ ທັງຍັງເຮັດໃຫ້ຮູ້ສຶກຢາກຢູ່ໃນຫ້ອງການໄປດົນໆອີກ. ບໍ່ພຽງແຕ່ພະນັກງານໃນຫ້ອງການ ເທົ່ານັ້ນ ລູກຄ້າເອງກໍຮູ້ສຶກຢາກເຂົ້າມາໃກ້ ຢາກສຳຜັດ ແລະ ຢູ່ນຳເຊັ່ນດຽວກັນ.

ສະນັ້ນ, ການມີຫ້ອງການທີ່ສວຍງາມ ໂມເດິນ ປະຈັກຕາ ຈຶ່ງເປັນທີ່ຍອມຮັບວ່າ ເຮັດໃຫ້ໜ້າຢູ່ ແລະ ຊ່ວຍເພິ່ມປະສິດທິພາບໃນການເຮັດວຽກໄດ້ແທ້!

ແລ້ວບ່ອນເຮັດວຽກຂອງທ່ານໃນຕອນນີ້ເປັນແບບໃດ?​ ຢ່າລືມແບ່ງປັນກັບພວກເຮົາເດີ້!

Summit Home ຜູ້ນຳດ້ານການອອກແບບ ກໍ່ສ້າງ ແລະ ປັບປຸງທີ່ຢູ່ອາໃສ, ຕຶກອາຄານ, ຫ້ອງການ ແລະ ຜັງເມືອງ. ພວກເຮົາຍິນດີໃຫ້ຄຳປຶກສາ ພ້ອມໃຫ້ບໍລິການທີ່ດີທີ່ສຸດ


ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່ຫາພວກເຮົາໄດ້ທີ່:

☎️ໂທລະສັບຫ້ອງການ: 021 417 728
📞ມືຖື / WhatsApp: 020 585 383 60

📩ອີເມວ: [email protected]

-------------------------

Do you believe it or not?

An office with a well-designed, modern, beautiful decorative design, making use of bright colors, with all the important design details – all of these affect the work of the team and success of the company!

A good office environment will make employees feel happy with their work, not feel bored, not feel pressured, as well as making them enjoy staying in the office for a long time. And customers also feel like coming to experience your office space and be happy to stay as well.

So, what is your workplace like now? Don't forget to share with us!

Summit Home is a leader in residential design and improvement, office buildings, and urban planning. We are pleased to provide consultation with the best service.

For more information, contact us at:

☎️Office Phone: 021 417 728
📞Mobile / WhatsApp: 020 585 383 60
📩Email: [email protected]

#ອອກແບບກໍ່ສ້າງ #ສະຖາປັດ

(English Below)ບ້ານໃນຝັນຂອງທ່ານ ເປັນແບບໃດ?ແລ້ວບ້ານຂອງທ່ານ ທີ່ຢູ່ໃນຕອນນີ້ເດ ງາມຖືກໃຈແລ້ວ ຫຼື ຍັງ?ບໍລິສັດ ຊຳມິດໂຮມສາມາດຊ່ວ...
11/11/2022

(English Below)

ບ້ານໃນຝັນຂອງທ່ານ ເປັນແບບໃດ?

ແລ້ວບ້ານຂອງທ່ານ ທີ່ຢູ່ໃນຕອນນີ້ເດ ງາມຖືກໃຈແລ້ວ ຫຼື ຍັງ?

ບໍລິສັດ ຊຳມິດໂຮມສາມາດຊ່ວຍ ທ່ານອອກແບບ ແລະກໍ່ສ້າງ ບ້ານໃນຝັນຂອງທ່ານໃຫ້ມີຄວາມສວຍງາມ ສະດວກສະບາຍ ແລະ ເໝາະກັບການຢູ່ອາໄສ ໃນທຸກຮູບແບບທີ່ທ່ານຕ້ອງການ ພຽງແຕ່ທ່ານໝັ້ນໃຈ ແລະ ເຂົ້າມາປຶກສາກັບພວກເຮົາ.
ທັນສະໄໝ, ວ່ອງໄວ, ປະຢັດງົບປະມານ ຊັດເຈນທຸກຂະບວນການ ກັບ Summit Home!

ແລະ ນີ້ກໍ່ຄື ຮູບພາບໂຄງການກໍ່ສ້າງ ທີ່ພັກອາໄສຂອງລູກຄ້າ ໃນໄລຍະທີ່ຜ່ານມາ ທີ່ພວກເຮົານຳມາຝາກ!​ ຢ່າລືມແຊແບບບ້ານຂອງທ່ານກັບພວກເຮົາເດີ້!

ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່ຫາພວກເຮົາໄດ້ທີ່:

☎️ ໂທລະສັບຫ້ອງການ: 021 417 728
📞 ມືຖື / WhatsApp: 020 585 383 60

📩 ອີເມວ: [email protected]

-------------------------------

What is your dream home like?

And what is it about your current home impresses you and what may need some improvement?

Summit Home are ready to help you design and make your beautiful dream home come true, with a design based on all your needs. Come consult with us with our modern, fast, safe, transparent process and plan your budget with Summit Home!
These are some pictures of our customers' residential construction projects in the last few years! Don't forget to share your dream home with us!

For more information, please contact us at:

☎️ Office : 021 417 728
📞Tel / WhatsApp: 020 585 383 60

📩 Email: [email protected]


#ອອກແບບກໍ່ສ້າງແລະສ້ອມແປງ #ສະຖາປັດ #ເຮືອນແລະອາຄານ

ນະມັດສະການພະທາດຫຼວງ ວຽງຈັນSummit Home ຂໍອວຍພອນ ໃຫ້ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ມີແຕ່ຄວາມສຸກຄວາມຈະເລີນກ້າວໜ້າ ປະສົບຜົນສຳເລ...
08/11/2022

ນະມັດສະການພະທາດຫຼວງ ວຽງຈັນ

Summit Home ຂໍອວຍພອນ ໃຫ້ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ມີແຕ່ຄວາມສຸກຄວາມຈະເລີນກ້າວໜ້າ ປະສົບຜົນສຳເລັດທາງດ້ານການງານ, ການເງິນ ແລະ ຄວາມຮັກ ເງິນທອງໄຫຼມາເທມາ ສາທຸ

------------------------------

In celebration of the That Luang Buddha Stupa Festival, Summit Home wishes all of you health, happiness, prosperity and success in your career, financial status and love.


#ອອກແບບກໍ່ສ້າງ #ສະຖາປັດ

(English Below)ຖ້າທ່ານກຳລັງຊອກຫາຜູ້ຮັບເໝົາອອກແບບ ກໍ່ສ້າງ, ຜູ້ໃຫ້ບໍລິການທາງດ້ານການສຳຫຼວດ ແລະ ອອກແບບສະຖາປັດຕະຍາກຳສຳລັບເຮືອ...
01/11/2022

(English Below)

ຖ້າທ່ານກຳລັງຊອກຫາຜູ້ຮັບເໝົາອອກແບບ ກໍ່ສ້າງ, ຜູ້ໃຫ້ບໍລິການທາງດ້ານການສຳຫຼວດ ແລະ ອອກແບບສະຖາປັດຕະຍາກຳສຳລັບເຮືອນທີ່ຢູ່ພັກອາໄສ ແລະ ການອອກແບບໂຄງສ້າງ ສຳລັບອາຄານຂະໜາດກາງ ຕະຫຼອດຮອດໂຮງງານ ແລະ ສາງສິນຄ້າ ຫຼື ຕ້ອງການປັບປຸງທີ່ຢູ່ອາໄສ ພວກເຮົາມີຄໍາຕອບໃຫ້ທ່ານ

Summit Home ພວກເຮົາ ໃຫ້ບໍລິການວາງແຜນກ່ອນການກໍ່ສ້າງ, ອອກແບບ ແລະ ການບໍລິຫານການກໍ່ສ້າງ ສຳລັບໂຄງການທຸກປະເພດ ພາຍໃຕ້ການບໍລິການດ້ວຍຄວາມຊື່ສັດຂອງພວກເຮົາໃຫ້ແກ່ລູກຄ້າ.

ບໍລິການຂອງພວກເຮົາລວມມີ:

1. ບໍລິການໃຫ້ຄຳປຶກສາວາງແຜນກ່ອນການກໍ່ສ້າງ: ວາງແຜນເບື້ອງຕົ້ນ ເພື່ອຕອບສະຕອບສະໜອງຄວາມຕ້ອງການຂທາງດ້ານຮູບແບບການກໍ່ສ້າງ ໃນກົງກັບງົບປະມານ ເຮັດໃຫ້ລູກຄ້າໄດ້ຮັບຜົນປະໂຫຍດທີ່ມີປະສິດທິພາບສູງສຸດ.

2. ສຳຫຼວດ-ອອກແບບ: ໃຫ້ບໍລິການ ອອກແບບ ດ້ານສະຖາປັດຕະຍະກຳ ແລະ ວິສະວະກຳຕາມຄວາມຕ້ອງການຂອງລູກຄ້າ

3. ອອກແບບ ແລະປຸກສ້າງ: ບໍລິການອອກແບບພ້ອມທັງປຸກສ້າງຄົບຊຸດ ຕາມຄວາມຕ້ອງການຂອງລູກຄ້າ

4. ອອກແບບ-ວາງແຜນຜັງເມືອງ: ບໍລິການວາງແຜນຜັງເມືອງ, ວາງແຜນຈັດສັນພັດທະນາທີ່ດິນ, ການວາງແຜນ ການປັບປຸງ ແລະ ການພັດທະນາຄືນໃໝ່, ເຂດພັດທະນາພິເສດ ແລະ ອະສັງຫາລິມະສັບຂະໜາດໃຫຍ່.

5. ການບໍລິຫານ ແລະ ຄຸ້ມຄອງໂຄງການ

6. ການປັບປຸງ ແລະ ສ້ອມແປງອາຄານ

ພວກເຮົາໃຫ້ບໍລິການ ແລະ ສະໜອງຄຸນນະພາບ ມາດຕະຖານດຽວກັນ, ເອົາໃຈໃສ່ທຸກລາຍລະອຽດ ແລະ ຖືເອົາການບໍລິການລູກຄ້າເປັນຫຼັກ ເພື່ອປະສິດທິພາບ ແລະ ປະສິດທິຜົນອັນສູງສຸດບົນພື້ນຖານຄວາມເປັນໄປໄດ້.

ພວກເຮົາໃຫ້ບໍລິການ ແລະ ສະໜອງຄຸນນະພາບ ມາດຕະຖານດຽວກັນ, ເອົາໃຈໃສ່ທຸກລາຍລະອຽດ ແລະ ຖືເອົາການບໍລິການລູກຄ້າເປັນຫຼັກ ເພື່ອປະສິດທິພາບ ແລະ ປະສິດທິຜົນອັນສູງສຸດບົນພື້ນຖານຄວາມເປັນໄປໄດ້.

ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່ຫາພວກເຮົາໄດ້ທີ່:

☎️ ໂທລະສັບຫ້ອງການ: 021 417 728
📞 ມືຖື / WhatsApp: 020 585 383 60
📩 ອີເມວ: [email protected]

--------------------

Summit Home Co., Ltd was established in 2013 offering Architectural Surveys and Designs for residences and Structural Designs for small to medium rise buildings as well as factories and warehouses.

Summit Home: We take our time on initial planning before any construction begins, to balance all the financial and efficiency issues beforehand

Our Services:

1. Pre-Construction Services
2. Survey-design
3. Design and construction
4. Urban & Town Planning
5. Project Management
6. Renovation

For every step of every payment, the customer will be informed of all the details from us. This allows our customers to receive complete information and get reports of the disbursements each time without overestimating the actual budget.

Not only do we provide complete details but we also provide comprehensive services in all aspects and services of all project sizes starting from: houses/residences, office buildings, apartments, factories, warehouses, and urban planning.

For more information, please contact us at:

☎️ Office : 021 417 728

📞Tel / WhatsApp: 020 585 383 60

📩 Email: [email protected]


#ອອກແບບກໍ່ສ້າງແລະສ້ອມແປງ #ສະຖາປັດ #ເຮືອນແລະອາຄານ

(English Below)ເຮົາລອງມາຄິດນຳກັນເບິ່ງ ຄຳວ່າ "ເຮືອນ" ແທ້ຈິງແລ້ວຕາມທັດສະນະຂອງຕົວເຮົາເອງຈະນິຍາມຄຳນີ້ວ່າແນວໃດ?ແນ່ນອນວ່າປະໂຫຍ...
26/10/2022

(English Below)

ເຮົາລອງມາຄິດນຳກັນເບິ່ງ ຄຳວ່າ "ເຮືອນ" ແທ້ຈິງແລ້ວຕາມທັດສະນະຂອງຕົວເຮົາເອງຈະນິຍາມຄຳນີ້ວ່າແນວໃດ?

ແນ່ນອນວ່າປະໂຫຍກທຳອິດທີ່ເກີດຂຶ້ນໃນຫົວຂອງໃຜຫຼາຍໆຄົນຄື "ສະຖານທີ່ພັກອາໄສ" ແຕ່ຈະມີຈັກຄົນທີ່ຄຳນຶງເຖິງ "ສິ່ງທີ່ຢູ່ພາຍໃນທີ່ພັກອາໄສ" ແຫ່ງນັ້ນ ເຊັ່ນ: ຄວາມຮູ້ສຶກຕ່າງໆເຊັ່ນ: ຄວາມປອດໄພ, ຄວາມສະບາຍ, ຄວາມສຸກ, ຄວາມຜ່ອນຄາຍ ແລະ ອື່ນໆອີກຫຼາກຫຼາຍຢ່າງທີ່ເຮັດໃຫ້ຜູ້ພັກອາໄສສຳຜັດໄດ້ເຖິງຄວາມມີຊີວິດຊີວາ.

ຫຼື ຈະເວົ້າງ່າຍໆກໍຄື: ເຮືອນແມ່ນພື້ນທີ່ທີ່ປອດໄພທີ່ສຸດ ແມ່ນບ່ອນດຽວທີ່ຈະສາມາດປົດປ່ອຍຄວາມວຸ້ນວາຍ ແລະ ບັນເທົາຄວາມກົດດັນ ທີ່ປະເຊີນມາຈາກພາຍນອກໄດ້ ເປັນທີ່ພັກໃຫ້ທັງກາຍ ແລະ ໃຈ. ເພາະສະນັ້ນ, ການສ້າງເຮືອນຫຼັງໜື່ງເພື່ອຄອບຄົວທີ່ອົບອຸ່ນ ຈຶ່ງຈຳເປັນທີ່ຈະຕ້ອງຊອກຫາອົງປະກອບຫຼາຍໆຢ່າງເພື່ອໃຫ້ເຮືອນທີ່ສ້າງອອກມາ ຕອບໂຈດທີ່ສຸດ ແລະ ບໍ່ຄວນເບິ່ງຂ້າມການວາງແຜນໃນເລື່ອງຕ່າງໆກ່ອນການກໍ່ສ້າງເຮືອນ ເຊັ່ນ:

1. ການຫາສະຖານທີ່ທຳເລທີ່ດີສຳລັບການສ້າງເຮືອນ.
2. ສັງເກດທິດທາງຂອງລົມ ແລະ ແສງແດດ.
3. ການອອກແບບ ສ້າງເຮືອນເພື່ອທຸກຄົນໃນຄອບຄົວ.
4. ການປັບປຸງ ບ້ານຫຼັງເກົ່າທີ່ຊຸດໂຊມ ໃຫ້ເປັນບ້ານຫຼັງໃໝ່ທີ່ໜ້າຢູ່
5. ການແປງບ້ານເກົ່າໃຫ້ຄົງຄວາມເປັນເອກະລັກ ແລະ ທັນສະໄໝ

ໃຫ້ທຸກເລື່ອງທີ່ຫຍຸ້ງຍາກ ກ່ຽວກັບເຮືອນຂອງທ່ານນີ້ ເປັນໜ້າທີ່ຂອງພວກເຮົາ!

Summit Home ຜູ້ນຳດ້ານການອອກແບບກໍ່ສ້າງ ແລະ ປັບປຸງທີ່ຢູ່ອາໄສ ເຮົາໃສ່ໃຈທຸກລາຍລະອຽດ ເພື່ອຄວາມສຸກຂອງທ່ານ.

ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່ຫາພວກເຮົາໄດ້ທີ່:

☎️ໂທລະສັບຫ້ອງການ: 021 417728
📞ມືຖື / WhatsApp: 020 585 383 60

📩ອີເມວ: [email protected]

----------------------------

Let's try to think together and see the word "house" actually according to our own point of view on how to define this word.

Of course, the first phrase that comes to many people's heads is "shelter" but how many people take into " the things inside that shelter" such as safety, comfort, happiness, and relaxation... that make residents feel alive.

Or to put it simply: Home is the safest place, the only place that can release the chaos and relieve the pressure from the outside. It is a place for both body and mind. Therefore, building a house for a warm family is necessary to find many elements to make the house that is created is the most responsive and should not be overlooked in the planning of various matters before the construction of the house, such as:

1. Finding a good location for building.
2. Observe the direction of wind and sunlight.
3. Design the house for all your family member.
4. Renovation of dilapidated old houses into new, livable houses
5. Converting old houses to keep them unique and modern

Let all the difficult things about your house be our easy!

Submit Home The leader in design, construction and home improvement, we pay attention to every detail for your happiness.

For more information, please contact us at:

☎️ Office : 021 417728
📞Tel / WhatsApp: 020 585 383 60
📩 Email: [email protected]


#ອອກແບບກໍ່ສ້າງ #ສະຖາປັດ

(English Below)ການສຳຫຼວດ (Survey) ເປັນຈຸດເລິ່ມຕົ້ນ ແລະ ເປັນພື້ນຖານຂອງງານກໍ່ສ້າງທຸກຊະນິດ ແລະ ມີຄວາມສຳຄັນຫຼາຍ ເຊິ່ງຈຳເປັນຕ...
19/10/2022

(English Below)

ການສຳຫຼວດ (Survey) ເປັນຈຸດເລິ່ມຕົ້ນ ແລະ ເປັນພື້ນຖານຂອງງານກໍ່ສ້າງທຸກຊະນິດ ແລະ ມີຄວາມສຳຄັນຫຼາຍ ເຊິ່ງຈຳເປັນຕ້ອງມີຄວາມຊຳນານ ແລະ ເປັນມືອາຊີບພໍ ລວມເຖິງຄວາມລະອຽດຮອບຄອບ ແລະ ກວດສອບຄວາມຖືກຕ້ອງຂອງວຽກຢ່າງສະໝ່ຳສະເໝີ ເພື່ອຫຼຸດຄວາມຜິດພາດທີ່ອາດຈະເກີດຂຶ້ນ.

ສຳຫຼັບການປຸກສ້າງຕຶກໃໝ່ :
- ສຳຫຼວດ ພື້ນທີ່ ທຳເລໂຄງການ
- ສຳຫຼວດ ທິດທາງລົມ, ນ້ຳ ແລະ ແສງແດດ
- ກວດເບິ່ງທີ່ຕັ້ງຕຶກອາຄານທີ່ຈະສ້າງ
- ສຳຫຼວດລາຄາເຄື່ອງມື ອຸປະກອນໃນຕະຫຼາດ
- ວິເຄາະຄວາມຕ້ອງການ ງົບປະມານລູກຄ້າ ກ່ອນດຳເນີນການ

ສຳລັບການສ້ອມແປງ ຫຼື ປັບປຸງຕຶກອາຄານເກົ່າ:
- ສຳຫຼວດເບິ່ງຕົວອາຄານ
- ກວດສອບສະພາບຄວາມເສື່ອມໂຊມຂອງຕຶກອາຄານ
- ວາງແຜນການປັບແກ້ຕາມແບບທີ່ລູກຄ້າຕ້ອງການ
- ສຳຫຼວດເບິ່ງວັດສະດຸທີ່ຍັງໃຊ້ໄດ້
- ວາງແຜນດຳເນີນການ

Summit Home ສໍາຫຼວດພື້ນທີ່, ອອກແບບ, ກໍ່ສ້າງ ແລະ ຊ້ອມແປງຄືນ ພວກເຮົາມີໃຫ້ຄົບຈົບທີ່ນີ້ທີ່ດຽວ!

ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່ຫາພວກເຮົາໄດ້ທີ່:

☎️ໂທລະສັບຫ້ອງການ: 021 417728

📞ມືຖື / WhatsApp: 020 585 383 60

📩ອີເມວ: [email protected]

--------------------

Survey is the starting point and the basis of all kinds of construction work and it is very important which needs to be skilled and professional enough, including careful detailing and checking the accuracy of the work consistently to reduce errors that may occur.

For the construction of a new building:

- Explore the project area
- Explore the direction of wind, water and sunlight
- Check the location of the buildings to be built
- Investigate the prices of tools and equipment in the market
- Analyze the needs of the client's budget before proceeding

For the repair or improvement of old buildings:

- Explore the building
- Check the state of deterioration of buildings
- Plan adjustments according to the customer's needs
- Explore available materials
- Action plan
Submit Home Surveying, Designing, Building and Remodeling We have it all in one place!

For more information, please contact us at:

☎️ Office : 021 417728
📞Tel / WhatsApp: 020 585 383 60

📩 Email: [email protected]


#ອອກແບບກໍ່ສ້າງ #ສະຖາປັດ

(English Below)ເລືອກຜູ້ຮັບເໝົາກໍ່ສ້າງແບບໃດ ເພື່ອໃຫ້ມີຄວາມຮັບຜິດຊອບຕະຫຼອດໂຄງການ? ແລະ ເຮົາຄວນເລືອກຈາກເງື່ອນໄຂໃດແດ່?ສຳລັບທ່...
13/10/2022

(English Below)

ເລືອກຜູ້ຮັບເໝົາກໍ່ສ້າງແບບໃດ ເພື່ອໃຫ້ມີຄວາມຮັບຜິດຊອບຕະຫຼອດໂຄງການ? ແລະ ເຮົາຄວນເລືອກຈາກເງື່ອນໄຂໃດແດ່?

ສຳລັບທ່ານທີ່ກຳລັງມີແຜນຊອກຫາຜູ້ຮັບເໝົາເພື່ອກໍ່ສ້າງ ຫຼື ສ້ອມແປງຕຶກອາຄານ, ເຮືອນ ແລະ ທີ່ພັກອາໄສຕ່າງໆ ຄົງຈະກຳລັງຄິດຢູ່ວ່າ ຈະຊອກຫາແນວໃດເພື່ອໃຫ້ໄດ້ຜູ້ຮັບເໝົາທີ່ມີຄວາມຮັບຜິດຊອບສູງ, ມີຄວາມໝັ້ນໃຈ, ໄດ້ຄຸນນະພາບ ແລະ ໄວ້ວາງໃຈໄດ້ວ່າຈະບໍ່ຖິ້ມງານກາງທາງ

ມື້ນີ້ ພວກເຮົາຈະມາແນະນຳ ວິທີເລືອກ ແລະ 6 ສິ່ງທີ່ເຮົາຕ້ອງຮູ້ກ່ອນຕັດສິນໃຈເລືອກ:

1. ປະຫວັດຂອງຜູ້ປະກອບການໃນທີ່ຜ່ານມາ, ມີສະຖານທີ່ຕັ້ງເປັນຫຼັກແຫຼ່ງທີ່ເຊື່ອຖືໄດ້, ລັກສະນະນິໄສ ແລະ ການເຮັດວຽກ...
2. ຫາກມີໂອກາດ ໄດ້ໂອ້ລົມກັບລູກຄ້າເກົ່າຂອງຜູ້ຮັບເໝົາຍິ່ງເປັນການດີ ເພາະເຮົາຈະຮູ້ເຖິງບັນຫານຳ
3. ກວດສອບສັນຍາຢ່າງລະອຽດກ່ອນຕົກລົງເຊັນຮ່ວມງານກັນ ແລະ ຂໍເບິ່ງຜົນງານ.
4. ວິເຄາະຄວາມຕ້ອງການຂອງຕົນເອງ, ຖາມຕົນເອງວ່າຕ້ອງການແບບໃດ ແລ້ວວາງແຜນ ເພື່ອຈະໄດ້ຮູ້ງົບປະມານໂດຍລວມໄວ້
5. ຫຼີກເວັ້ນການເຫັນແກ່ວັດສະດຸລາຄາຖືກ: ກວດສອບລາຄາຕະຫຼາດ, ລະວັງຜູ້ຮັບເໝົາທີ່ຄິດຄ່າຈ້າງ ແລະ ອຸປະກອນທີ່ຖືກຈົນເກີນໄປ ເພາະອາດຂາດຄຸນນະພາບ
6. ລາຍລະອຽດລາຄາ ແລະ ຄ່າໃຊ້ຈ່າຍ: ກວດສອບຄວາມເໝາະສົມຂອງລາຄາ ແລະ ຄ່າໃຊ້ຈ່າຍ ການແບ່ງຈ່າຍເງິນຄ່າຈ້າງງານເປັນງວດ...

Summit Home ພວກເຮົາເກັບກຳທຸກລາຍລະອຽດ ພ້ອມສະໜອງທຸກຂໍ້ມູນທີ່ທ່ານຕ້ອງການໃຫ້ທ່ານໝົດທຸກຢ່າງ ມີໃບບິນໃຫ້ທ່ານສາມາດກວດສອບໄດ້ທຸກຂະບວນການຂອງການດຳເນີນງານ

ທັນສະໄໝ ໄດ້ມາດຕະຖານ ໃສ່ໃຈທຸກການດຳເນີນງານ ເພື່ອຄວາມພໍໃຈສູງສຸດຂອງຜູ້ຈ້າງງານທຸກທ່ານ!

ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່ຫາພວກເຮົາໄດ້ທີ່:

☎️ໂທລະສັບຫ້ອງການ: 021 417728
📞ມືຖື / WhatsApp: 020 58538360
📩ອີເມວ: [email protected]

-----------------------

How to choose a construction contractor to be responsible throughout the project? And what criteria should we choose from?

For those who are planning to find a contractor to build or renovate buildings, houses… you must be thinking about how to find a contractor who is highly responsible, confident, quality and trustworthy who will not leave the job.

Today we will introduce how to choose and 6 things we need to know before deciding to choose:

1. The history of the entrepreneur in the past, there is a location as a reliable source, habits and work...
2. If there is a chance to talk with the old customer of the contractor, it would be better because we will know the problem
3. Check the contract thoroughly before agreeing to sign and ask to see the work.
4. Analyze your own needs, ask yourself what you want and plan to know the overall budget
5. Avoid cheap materials: Check the market price, beware of contractors who charge too much and equipment that is too expensive because it may lack quality.
6. Details of prices and costs: check the appropriateness of prices and costs, the division of labor payments into installments...

Summit Home We collect all the details and provide you with all the information you need.
Everything has a bill so you can check every process of the operation

Modern, standard, focus on all operations for maximum satisfaction of all employees!

For more information, please contact us at:

☎️ Office : 021 417728
📞Tel / WhatsApp: 020 58538360
📩 Email: [email protected]


#ອອກແບບກໍ່ສ້າງ #ສະຖາປັດ

(English Below)ວັນບຸນອອກພັນສາ ປີນີ້ ຂໍໃຫ້ທຸກຄົນຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ສຸຂະພະລະ ໝັ້ນຍືນດ້ວຍເຖີ້ນ!!------------------...
10/10/2022

(English Below)

ວັນບຸນອອກພັນສາ ປີນີ້ ຂໍໃຫ້ທຸກຄົນຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ

ສຸຂະພະລະ ໝັ້ນຍືນດ້ວຍເຖີ້ນ!!

------------------

For this year, celebrating the end of Buddhist lent day, we wish that everyone will be happy and prosperous.
To Good health and good life!



#ອອກແບບກໍ່ສ້າງ #ສະຖາປັດ

(English Below)ຊົມເຊີຍ ວັນຄູແຫ່ງຊາດ 7 ຕຸລາ 2022 ຄົບຮອບ 28 ປີ ຢ່າງສຸດໃຈ!!!ເນື່ອງໃນໂອກາດວັນຄູແຫ່ງຊາດລາວ ຄົບຮອບ 28 ປີ ທີມງາ...
07/10/2022

(English Below)

ຊົມເຊີຍ ວັນຄູແຫ່ງຊາດ 7 ຕຸລາ 2022 ຄົບຮອບ 28 ປີ ຢ່າງສຸດໃຈ!!!

ເນື່ອງໃນໂອກາດວັນຄູແຫ່ງຊາດລາວ ຄົບຮອບ 28 ປີ ທີມງານ Summit Home ພວກເຮົາຂໍອວຍພອນໄຊອັນປະເສີດມອບແດ່ແກ່ຄູ, ອາຈານ ທີ່ເປັນແມ່ພິມຂອງຊາດທົ່ວປະເທດ ໃຫ້ມີແຕ່ຄວາມສຸກ ຄວາມຈະເລີນ, ສຸຂະພາບແຂງແຮງ, ມີຄວາມກ້າວໜ້າໃນໜ້າທີ່ວຽກງານ ແລະ ຄອບຄົວໃຫ້ມີແຕ່ຄວາມສຸກ.

---------------------

Happy National Teacher's Day, October 7, 2022.

The 28th anniversary!!! On the occasion of the 28th anniversary of the Lao National Teachers' Day, the Summit Home team would like to wish all teachers and professors who are the role models of the nation all over the country happiness, prosperity, good health, progress in their work and family happiness.



#ອອກແບບກໍ່ສ້າງ #ສະຖາປັດ

Address

DongpalaneThong Village, Sisatanak District
Vientiane
0103

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 17:00

Alerts

Be the first to know and let us send you an email when Summit Home posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Summit Home:

Share