Lsm Construction Sole Co., Ltd

Lsm Construction Sole Co., Ltd Building, Road and bridge
Located: Phonpanao Village, Xaisettha District, Vientiane Capital, Lao PDR

ບໍລິສັດ ແອວເອັສເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຕັ້ງຢູ່ ຫນ່ວຍ 24, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ; ມີຄວາມຍິນດີຮັບສ...
25/05/2025

ບໍລິສັດ ແອວເອັສເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຕັ້ງຢູ່ ຫນ່ວຍ 24, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ; ມີຄວາມຍິນດີຮັບສະຫມັກເພື່ອນຮ່ວມງານພາກສະຫນາມ 2 ຕໍາແຫນ່ງດັ່ງນີ້:

#ພະນັກງານຫ້ອງການບໍລິຫານ (Staff Admin)
#ພະນັກງານການຕະຫລາດ (Sale Marketing)

ຜູ້ສະຫມັກທັງສອງຕໍາແຫນ່ງ ແມ່ນຕ້ອງຈົບວິຊາສະເພາະທີ່ກ່ຽວຂ້ອງກັບຕໍາແຫນ່ງທີ່ຕົນເອງສະຫມັກ, ມີພື້ນຖານດ້ານພາສາອັງກິດ ແລະ ຫາກມີປະສົບການເຄີຍເຮັດຫນ້າທີ່ກ່ຽວຂ້ອງມາກ່ອນ ຈະພິຈາລະນາເປັນພິເສດ.

ສະຖານທີ່ເຮັດວຽກ: ປະຈໍາການຢູ່ຫ້ອງການນະຄອນຫລວງ(ດົງໂດກ) ບ.ຫນອງວຽງຄໍາ, ເມືອງໄຊທານີ, ນະຄອນຫລວງວຽງຈັນ

ຫາກທ່ານໃດມີຄຸນວຸດທິທີ່ເຫມາະສົມ ມີຄວາມຈິງໃຈຕ້ອງການເປັນເພື່ອນຮ່ວມງານກັບພວກ ສາມາດຍື່ນ CV ພ້ອມລະບຸຕໍາແຫນ່ງ ແລະ ເງິນເດືອນ ມາທີ່ email: [email protected]

ຫລື ສອບຖາມຂໍ້ມູນເພີ່ມຕື່ມທີ່:
020 2344 4445

Thanks for site involving of the project owner and project consultant today
23/05/2025

Thanks for site involving of the project owner and project consultant today

ບໍລິສັດ ແອວເອັສເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຕັ້ງຢູ່ ຫນ່ວຍ 24, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ; ມີຄວາມຍິນດີຮັບສ...
19/05/2025

ບໍລິສັດ ແອວເອັສເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຕັ້ງຢູ່ ຫນ່ວຍ 24, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ; ມີຄວາມຍິນດີຮັບສະຫມັກເພື່ອນຮ່ວມງານພາກສະຫນາມ 1 ຕໍາແຫນ່ງດັ່ງນີ້:

#ວິຊາການດ້ານສິ່ງແວດລ້ອມ (SAFETY & HSE)

ຜູ້ສະຫມັກທັງສອງຕໍາແຫນ່ງ ແມ່ນຕ້ອງຈົບວິຊາສະເພາະທີ່ກ່ຽວຂ້ອງກັບຕໍາແຫນ່ງທີ່ຕົນເອງສະຫມັກ, ມີພື້ນຖານດ້ານພາສາອັງກິດ ແລະ ຫາກມີປະສົບການເຄີຍເຮັດຫນ້າທີ່ກ່ຽວຂ້ອງມາກ່ອນ ຈະພິຈາລະນາເປັນພິເສດ.

ສະຖານທີ່ເຮັດວຽກ ແມ່ນປະຈໍາການພາກສະຫນາມ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ.

ຫາກທ່ານໃດມີຄຸນວຸດທິທີ່ເຫມາະສົມ ມີຄວາມຈິງໃຈຕ້ອງການເປັນເພື່ອນຮ່ວມງານກັບພວກ ສາມາດຍື່ນ CV ພ້ອມລະບຸຕໍາແຫນ່ງ ແລະ ເງິນເດືອນ ມາທີ່ email: [email protected]

ຫລື ສອບຖາມຂໍ້ມູນເພີ່ມຕື່ມທີ່:
020 2982 6883
020 9933 3387

The starting resurveying of Thakhek riverbank protection for Mekong river ( None-Zone B ) project has started.          ...
13/05/2025

The starting resurveying of Thakhek riverbank protection for Mekong river ( None-Zone B ) project has started.

ບໍລິສັດ ແອວເອັສເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຕັ້ງຢູ່ ຫນ່ວຍ 24, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ; ມີຄວາມຍິນດີຮັບສ...
07/05/2025

ບໍລິສັດ ແອວເອັສເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຕັ້ງຢູ່ ຫນ່ວຍ 24, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ; ມີຄວາມຍິນດີຮັບສະຫມັກເພື່ອນຮ່ວມງານ 2 ຕໍາແຫນ່ງດັ່ງນີ້:

1. ວິຊາການ ສຳຫລວດ (Surveyor)
2. ວິຊາການ ຕິດຕາມການກໍ່ສ້າງ (Site Engineer)

ຜູ້ສະຫມັກທັງສອງຕໍາແຫນ່ງ ແມ່ນຕ້ອງຈົບວິຊາສະເພາະທີ່ກ່ຽວຂ້ອງກັບຕໍາແຫນ່ງທີ່ຕົນເອງສະຫມັກ, ມີພື້ນຖານດ້ານພາສາອັງກິດ ແລະ ຫາກມີປະສົບການເຄີຍເຮັດວຽກໂຄງການກໍ່ສ້າງຕ້ານເຈື່ອນມາກ່ອນ ຈະພິຈາລະນາເປັນພິເສດ.

ສະຖານທີ່ເຮັດວຽກ ແມ່ນປະຈໍາການພາກສະຫນາມ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ.

ຫາກທ່ານໃດທີ່ມີຄຸນວຸດທິທີ່ເຫມາະສົມ ມີຄວາມຈິງໃຈຕ້ອງການເປັນເພື່ອຮ່ວມງານກັບພວກ ສາມາດຍື່ນ CV ພ້ອມລະບຸຕໍາແຫນ່ງ ແລະ ເງິນເດືອນ ແລ້ວສົ່ງມາທີ່ email: [email protected]

ຫລື ສອບຖາມຂໍ້ມູນເພີ່ມຕື່ມທີ່:
020 2982 6883
020 9933 3387

02/05/2025
02/05/2025
02/05/2025

👏 ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ IV ຫຼື (GMS4) ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຊຶ່ງປະກອບມີ 2 ຕົວເມືອງຄື: ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ ແຂວງຄຳມ່ວນ ມີມູນຄ່າທັງໝົດ 54.06 ລ້ານໂດລາສະຫະລັດ.

ໃນນັ້ນ, ທຶນຈາກທະນາຄານພັດທະນາອາຊີ 48 ລ້ານໂດລາສະຫະລັດ ແລະ ທຶນຂອງລັດຖະບານ ສປປ ລາວ 6.06 ລ້ານໂດລາສະຫະລັດ.

ເບື້ອງຕົ້ນໂຄງການດັ່ງກ່າວ, ມີໄລຍະເວລາ 5 ປີ (2019-2023) ແຕ່ເນື່ອງຈາກປະສົບບັນຫາຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ 19 ໃນໄລຍະຜ່ານມາ ເຮັດໃຫ້ໂຄງການບໍ່ສາມາດຈັດຕັ້ງປະຕິບັດໄປຕາມແຜນການໄດ້, ຍ້ອນສາເຫດນັ້ນ ຜູ້ໃຫ້ທຶນຈຶ່ງໄດ້ອະນຸມັດຕໍ່ສັນຍາໂຄງການເພີ່ມເຕີມຮອດເດືອນພຶດສະພາ ປີ 2026.

ສຳລັບຕົວເມືອງທ່າແຂກ ມູນຄ່າຄາດຄະເນຈະໄດ້ຮັບແມ່ນ 26.82 ລ້ານໂດລາສະຫະລັດ ແລະ ທຶນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງດ້ານສິ່ງແວດລ້ອມຂອງຕົວເມືອງທ່າແຂກ ຊຶ່ງປະກອບດ້ວຍ 5 ກິດຈະກໍາຄື: 1. ກໍ່ສ້າງຮ່ອງລະບາຍນໍ້າໃນຕົວເມືອງ ພ້ອມຕິດຕັ້ງປະຕູນໍ້າ ແລະ ຕິດຕັ້ງຈັກດູດນ້ຳ, 2. ກໍ່ສ້າງອ່າງບໍາບັດນໍ້າເປື້ອນແບບບໍ່ລວມສູນຂະໜາດນ້ອຍ, 3. ກໍ່ສ້າງປັບປຸງສະ ໜາມກໍາຈັດຂີ້ເຫຍື້ອແບບສຸຂະອະນາໄມ, 4. ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແມ່ນ້ຳຂອງ ແບ່ງອອກເປັນ 2 ສັນຍາຄື: ສັນຍາທີໜຶ່ງ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ສັນຍາທີສອງ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ 5. ກໍ່ສ້າງປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍລະດົກຂອງຕົວເມືອງ.

ສຳລັບໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ປະມູນໃນວັນທີ 28 ສິງຫາ 2023 ໂດຍຜ່ານທາງໜັງສືພິມ, ໂທລະພາບ, ວິທະຍຸ ແລະ ເວບໄຊ ຂອງ ADB, ໄດ້ມີບໍລິສັດໃຫ້ຄວາມສົນໃຈ ແລະ ຊື້ຊອງປະມູນທັງໝົດ 21 ບໍລິສັດ. ຜ່ານການກວດກາ ປະເມີນຜົນເອກະສານການປະມູນ ທາງດ້ານເຕັກນິກ ແລະ ລາຄາ, ຄະນະກຳມະການປະມູນ ຈຶ່ງເຫັນດີເປັນເອກະພາບວ່າ: ບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ປະມູນທີ່ມີເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ໃນການປະມູນ ແລະ ສະເໜີລາຄາຕ່ຳ ຈຶ່ງໄດ້ນຳສະເໜີຂັ້ນເທິງ ແລະ ຜູ້ໃຫ້ທຶນ ເພື່ອຄົ້ນຄວ້າ, ຮັບຮອງເອົາເປັນຜູ້ຊະນະການປະມູນ, ຫຼັງຈາກນັ້ນຜູ້ໃຫ້ທຶນກໍ່ໄດ້ພິຈາລະນາຕໍ່ເອກະສານດັ່ງກ່າວ ແລະ ເຫັນດີຮັບຮອງເອົາ ບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຊະນະການປະມູນ ໃນມູນຄ່າ 4,680,873.07 ໂດລາສະຫະລັດ.

(ຂ່າວ-ພາບ: ກອງຄໍາ)

International Workers’ Day 1st of May 2025                                   #ບໍລິສັດແອວເອັສເອັມກໍ່ສ້າງ  #ກໍ່ສ້າງອາຄານ  ...
30/04/2025

International Workers’ Day 1st of May 2025

#ບໍລິສັດແອວເອັສເອັມກໍ່ສ້າງ #ກໍ່ສ້າງອາຄານ #ກໍ່ສ້າງທາງ #ກໍ່ສ້າງຊົນລະປະທານ #ແອວເອັສເອມ

 #ເຊັນສັນຍາ  #ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຂອງໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ4 (GMS4) ຕົວເມືອງທ່...
30/04/2025

#ເຊັນສັນຍາ #ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຂອງໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ4 (GMS4) ຕົວເມືອງທ່າແຂກ
___________________
#ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ IV ຫຼື (GMS4) ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ເຊິ່ງປະກອບມີ 2 ຕົວເມືອງຄື: ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງມີມູນຄ່າທັງໝົດ 54.06 ລ້ານໂດລາສະຫະລັດ ໃນນັ້ນ ທຶນຈາກທະນາຄານພັດທະນາອາຊີ 48 ລ້ານໂດລາສະຫະລັດ ແລະ ທຶນຂອງລັດຖະບານ ສປປ ລາວ 6.06 ລ້ານໂດລາສະຫະລັດ.
ໃນເບື້ອງຕົ້ນ ໂຄງການດັ່ງກ່າວນີ້ແມ່ນມີໄລຍະເວລາ 5 ປີ (2019-2023) ແຕ່ເນື່ອງຈາກປະສົບບັນຫາຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ 19 ໃນໄລຍະຜ່ານມາ ເຮັດໃຫ້ໂຄງການບໍ່ສາມາດຈັດຕັ້ງປະຕິບັດໄປຕາມແຜນການໄດ້, ຍ້ອນສາເຫດນັ້ນ ຜູ້ໃຫ້ທຶນຈຶ່ງໄດ້ອະນຸມັດຕໍ່ສັນຍາໂຄງການເພີ່ມເຕີມຮອດເດືອນພຶດສະພາ ປີ 2026. ສຳລັບຕົວເມືອງທ່າແຂກ ມູນຄ່າຄາດຄະເນຈະໄດ້ຮັບແມ່ນ 26.82 ລ້ານໂດລາສະຫະລັດ ແລະ ທຶນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງດ້ານສິ່ງແວດລ້ອມຂອງຕົວເມືອງທ່າແຂກ ເຊິ່ງປະກອບດ້ວຍ 5 ກິດຈະກໍາຄື: 1. ກໍ່ສ້າງຮ່ອງລະບາຍນໍ້າໃນຕົວເມືອງ ພ້ອມຕິດຕັ້ງປະຕູນໍ້າ ແລະຕິດຕັ້ງຈັກດູດນ້ຳ, 2. ກໍ່ສ້າງອ່າງບໍາບັດນໍ້າເປື້ອນແບບບໍ່ລວມສູນຂະໜາດນ້ອຍ, 3. ກໍ່ສ້າງປັບປຸງສະໜາມກໍາຈັດຂີ້ເຫຍື້ອແບບສຸຂະອະນາໄມ, 4. ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແມ່ນ້ຳຂອງ ແບ່ງອອກເປັນ 02 ສັນຍາຄື: ສັນຍາທີ 01: ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B, ສັນຍາທີ 02: ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ໂຊນ B ແລະ 5. ກໍ່ສ້າງປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະອະນຸລັກມໍລະດົກຂອງຕົວເມືອງ.
ສຳລັບໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B ຕົວເມືອງທ່າແຂກ ແມ່ນໄດ້ນຳໃຊ້ວິທີປະມູນແບບສາກົນ ແລະ ໄດ້ປະກາດຂາຍຊອງປະມູນໃນວັນທີ 28 ສິງຫາ 2023 ໂດຍຜ່ານທາງໜັງສືພິມ, ໂທລະພາບ, ວິທະຍຸ ແລະ ເວບໄຊ ຂອງ ADB, ໄດ້ມີບໍລິສັດໃຫ້ຄວາມສົນໃຈ ແລະ ຊື້ຊອງປະມູນທັງໝົດ 21 ບໍລິສັດ. ຜ່ານການກວດກາ ປະເມີນຜົນເອກະສານການປະມູນ ທາງດ້ານເຕັກນິກ ແລະ ລາຄາ, ຄະນະກຳມະການປະມູນ ຈຶ່ງເຫັນດີເປັນເອກະພາບວ່າ: ບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ປະມູນທີ່ມີເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ໃນການປະມູນ ແລະ ສະເໜີລາຄາຕ່ຳ ຈຶ່ງໄດ້ນຳສະເໜີຂັ້ນເທິງ ແລະ ຜູ້ໃຫ້ທຶນ ເພື່ອຄົ້ນຄວ້າ, ຮັບຮອງເອົາເປັນຜູ້ຊະນະການປະມູນ, ຫຼັງຈາກນັ້ນຜູ້ໃຫ້ທຶນກໍ່ໄດ້ພິຈາລະນາຕໍ່ເອກະສານດັ່ງກ່າວ ແລະ ເຫັນດີຮັບຮອງເອົາ ບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈໍາກັດຜູ້ດຽວ ຊະນະການປະມູນ ໃນມູນຄ່າ 4,680,873.07 ໂດລາສະຫະລັດ. ເຊິ່ງໄດ້ມີພິທີເຊັນສັນຍາການກໍ່ສ້າງ ໃນວັນທີ 30 ເມສາ 2025 ຢູ່ທີ່ໂຮງແຮມຣີເວເຣ່ຍ ເມືອງທ່າແຂກ ແຂວງຄຳມ່ວນ ລົງນາມເຊັນສັນຍາໂດຍ ທ່ານ ສຸທັດ ສຸມາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄໍາມ່ວນ ໃນນາມເຈົ້າຂອງໂຄງການຝ່າຍລັດ ກັບ ທ່ານ ປອ ລັດສະໝີ ຄໍາກົມພົງສະຫວັດ ປະທານບໍລິສັດ ແອວ ເອັສ ເອັມ ກໍ່ສ້າງ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ນາງ ວິສາພອນ ອິນທິລາດ ຮັກສາການຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

#ມີເດຍລາວ

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມ...
03/04/2025

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ ( ແຂວງຈໍາປາສັກ ໃນປັດຈຸບັນ ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.

ເວລາອາຍຸ 7 ປີ ໄດ້ເຂົ້າມາຢູ່ວຽງຈັນ ນໍາພໍ່ເຖົ້າມະຫາແກ້ວ ແລະ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ, ຫຼັງຈາກນັ້ນກໍສອບເສັງເຂົ້າຮຽນມັດທະຍົມປາວີ (College PAVIE) ຊຶ່ງເປັນໂຮງຮຽນມັດທະຍົມແຫ່ງດຽວຢູ່ປະເທດລາວໃນສະໄໝນັ້ນ.

- ທ້າຍປີ 1941 ປະທານ ຄໍາໄຕ ສີພັນດອນ ໄດ້ຕັດສິນໃຈອອກຈາກໂຮງຮຽນ ແລ້ວເສັງເຂົ້າເຮັດວຽກຢູ່ຂະແໜງໄປສະນີ, ຫຼັງຈາກນັ້ນ ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ໄຊງ່ອນ (ພາກໃຕ້ຫວຽດນາມ, ນະຄອນໂຮ່ຈິມິນ ໃນປັດຈຸບັນ).

- ປີ 1944 ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈໍາການຢູ່ແຂວງຜົ້ງສາລີ.

- ປີ 1946 ປະທານ ຄໍາໄຕ ສີພັນດອນ ໄດ້ໄປເປັນຫົວໜ້າໄປສະນີຢູ່ແຂວງຈຳປາສັກ.

- ປີ 1947 – 1948 ເປັນນາຍທະຫານ ປະຈໍາເສນາທິການເຂດໃຕ້ ຢູ່ຊາຍແດນ ລາວ-ໄທ.

- ປີ 1948 - 1950 ເປັນຜູ້ແທນລັດຖະບານລາວ ອິດສະຫຼະ ປະຈໍາເຂດໃຕ້ ແລະ ຮັບຜິດ ຊອບ ກໍ່ຕັ້ງທີ່ໝັ້ນການປະຕິວັດຢູ່ເຂດໃຕ້.

- ປີ 1950 - 1952 ເປັນກໍາມະການສູນກາງແນວລາວອິດສະຫຼະ.

- ປີ 1952 - 1955 ເປັນປະທານຄະນະກໍາມະການເຂດ, ທັງຮັບຜິດຊອບ ການ
ທະຫານເຂດກາງ.

- ປີ 1953 ໄດ້ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ.

- ປີ 1955 - 1956 ເປັນເສນາທິການກອງທັບ ຝ່າຍປະເທດລາວ.

- ປີ 1957 – 1959 ເປັນກໍາມະການສູນກາງພັກ, ເປັນຫົວໜ້າຫ້ອງວ່າການສູນກາງພັກ.

- ປີ 1959 - 1960 ເປັນກໍາມະການສູນກາງພັກ, ເຮັດໜ້າທີ່ໂຄສະນາອົບຮົມ ແລະ ຮັບຜິດຊອບຢູ່ ວິທະຍຸກະຈາຍສຽງຂອງສູນກາງພັກ (ຝ່າຍປະເທດລາວ).

- ປີ 1960 – 1961 ເປັນກໍາມະການສູນກາງພັກ ຮັບຜິດຊອບວຽກງານການທະຫານ, ເປັນຜູ້ບັນຊາການສູງສຸດກອງທັບຝ່າຍປະເທດລາວ.

- ປີ 1972 ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.

- ປີ 1975 ພາຍຫຼັງຢຶດອໍານາດການປົກຄອງໃນທົ່ວປະເທດ ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປົດ ປ່ອຍ ປະຊາຊົນລາວ.

- ປີ1982 – 1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ໄດ້ຮັບການເລືອກຕັ້ງເປັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ປີ 1986 – 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກ ໄດ້ຮັບການເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ອີກເທື່ອໃໝ່, ທັງຮັບຜິດຊອບເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ປີ 1991 ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ສະຫາຍ ໄດ້ຖືກເລືອກຕັ້ງເປັນກໍາມະການກົມການ ເມືອງສູນກາງພັກ ແລະ ເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ວັນທີ 15/8/1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງ ສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

- ວັນທີ 24 ພະຈິກ ປີ 1992 ກອງປະຊຸມຄົບຄະນະຄັ້ງພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ V) ສະຫາຍ ໄດ້ຖືກ ເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ ແລະ ທັງເປັນນາຍົກລັດຖະມົນຕີ.

- ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ.

- ປີ 1998 ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສປປ ລາວ.

- ປີ 2001-2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດ ແຫ່ງ ສປປ ລາວ.

- ປີ 2006 ຍ້ອນອາຍຸກະສຽນສູງ, ເພິ່ນຈຶ່ງສະເໜີພັກຮັບບໍານານ.
ສະຫາຍ ພົນ ເອກ ຄໍາໄຕ ສີພັນດອນ ແມ່ນນັກປະຕິວັດ ທີ່ມີການເຄື່ອນໄຫວອັນໂດດເດັ່ນ ຂອງພັກເຮົາ ຊຶ່ງຕະຫຼອດໄລຍະຜ່ານມາ ເພິ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ມີລັກສະນະຮອບດ້ານເຂົ້າໃນການຈັດຕັ້ງນໍາພາ ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນເຮົາ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດທາງການເມືອງ ແລະ ການທະຫານອັນກວ້າງໄກ, ສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖານະການ ເພື່ອເປັນເຈົ້າການໃນການແກ້ໄຂ, ເພິ່ນກາຍເປັນເພື່ອນຮ່ວມຮົບ ທີ່ໃກ້ຊິດ ແລະ ສະໜິດສະໝົມທີ່ສຸດ ຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫຼ່ ກັບຜູ້ນໍາ ພັກ-ລັດຄົນອື່ນໆ ໃນການຄົ້ນຄວ້າກໍານົດແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ-ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ. ສະຫາຍ ພົນ ເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາ ຂອງພັກເຮົາທີ່ກໍາຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍາລັກ ແຫ່ງຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ; ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ; ມີຈິດໃຈເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດ ປະຕິບັດທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫຼອດມາ.

ດ້ວຍຄຸນງາມຄວາມດີ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ພັກ ແລະ ລັດ ໄດ້ຍ້ອງຍໍສັນລະເສີນ ດ້ວຍຫຼຽນໄຊ, ຫຼຽນກາ ປະເພດຕ່າງໆເຊັ່ນ :

1. ຫຼຽນຄໍາແຫ່ງຊາດ ຈໍານວນ 2 ຫຼຽນ.
2. ຫຼຽນໄຊພິລະອາດຫານ ຊັ້ນ I ຈໍານວນ 1 ຫຼຽນ.
3. ຫຼຽນໄຊປະຕິວັດຊະນະເລີດຊັ້ນ I ຈໍານວນ 1 ຫຼຽນ.
4. ຫຼຽນກາຕີຕ້ານຝຣັ່ງ ຈໍານວນ 1 ຫຼຽນ.
5. ຫຼຽນກາຕີຕ້ານອາເມຣິກາ ຈໍານວນ 1 ຫຼຽນ.
6. ຫຼຽນກາລະນຶກ 70 ປີ ຂອງພັກ ຈໍານວນ 1 ຫຼຽນ.

ນອກຈາກນັ້ນ, ຍັງໄດ້ຮັບຫຼຽນດາວຄໍາ, ຫຼຽນໄຊ ແລະ ຫຼຽນກາຕ່າງໆ ຈາກປະເທດເພື່ອນມິດຈໍານວນໜຶ່ງ.

ຂໍຂອບໃຈຂໍ້ມູນ : ປະຊາຊົນ

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 12:00

Telephone

0305991199

Website

Alerts

Be the first to know and let us send you an email when Lsm Construction Sole Co., Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lsm Construction Sole Co., Ltd:

Share