EDL-Generation Public Company

EDL-Generation  Public Company www.edlgen.com.la ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ

ຜ-ຟຟລ ຂໍສະເເດງຄວາມຍິນດີກັບທຸກທ່ານທີ່ຜ່ານການຄັດເລືອກເຂົ້າສອບສຳພາດ ເຊິ່ງຈະຈັດໃນວັນທີ 19 ມິຖຸນາ 2026 🎉📍ສະຖານທີ່ສໍາພາດ: ຕຶກລ...
17/06/2026

ຜ-ຟຟລ ຂໍສະເເດງຄວາມຍິນດີກັບທຸກທ່ານທີ່ຜ່ານການຄັດເລືອກເຂົ້າສອບສຳພາດ ເຊິ່ງຈະຈັດໃນວັນທີ 19 ມິຖຸນາ 2026 🎉

📍ສະຖານທີ່ສໍາພາດ: ຕຶກລັດວິສະຫະກິດໄຟຟ້າລາວ ຊັ້ນ 7
📌Link google map: https://maps.app.goo.gl/sro95HQ3H8z5En5J6

ໝາຍເຫດ:⤵️
1. ຜູ້ທີ່ຖືກຄັດເລືອກເຂົ້າສໍາພາດຈະຕ້ອງໄດ້ເຂົ້າມາຮັບການສໍາພາດດ້ວຍຕົວເອງ ຢູ່ ສໍານັກງານໃຫຍ່ ຜ-ຟຟລ ເທົ່ານັ້ນ
2. ບໍ່ມີນະໂຍບາຍສອບສໍາພາດທາງອອນລາຍ
3. ຜູ້ເຂົ້າສໍາພາດຈະຕ້ອງເຂົ້າມາສໍາພາດຕາມເວລາທີ່ ຜ-ຟຟລ ກໍານົດ ຖ້າຫາກບໍ່ສາມາດປະຕິບັດຕາມເວລາທີ່ກໍານົດຖືວ່າ ສະຫຼະສິດ (ຜູ້ມີລາຍຊື່ພາກເຊົ້າຕ້ອງມີໜ້າລໍຖ້າເຂົ້າສຳພາດເວລາ 8:30 ໂມງ ແລະ ພາກບ່າຍເວລາ 13:30 ໂມງ)
4. ກະລຸນາຖືບັດປະຈຳໂຕຂອງທ່ານມາເພື່ອເເລກບັດເຂົ້າໃນຕຶກ ຟຟລ.

☎️ຕິດຕໍ່ສອບຖາມເພີ່ມເຕີມໂທ 021 316838

ຜ-ຟຟລ ຈັດພິທີມອບທຶນການສຶກສາລະດັບປະລິນຍາໂທ ປະຈຳປີ 2026 ໃຫ້ແກ່ພະນັກງານ ເພື່ອຍົກລະດັບຂີດຄວາມສາມາດດ້ານວິຊາສະເພາະ[ນະຄອນຫຼວງວຽ...
17/06/2026

ຜ-ຟຟລ ຈັດພິທີມອບທຶນການສຶກສາລະດັບປະລິນຍາໂທ ປະຈຳປີ 2026 ໃຫ້ແກ່ພະນັກງານ ເພື່ອຍົກລະດັບຂີດຄວາມສາມາດດ້ານວິຊາສະເພາະ

[ນະຄອນຫຼວງວຽງຈັນ, ວັນທີ 16 ມິຖຸນາ 2026] – ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດພິທີມອບທຶນການສຶກສາລະດັບປະລິນຍາໂທ ປະຈຳປີ 2026 ໃຫ້ແກ່ພະນັກງານ ຈຳນວນ 02 ທ່ານ ເພື່ອໄປສຶກສາຕໍ່ ໃນສາຂາ ວິສະວະກຳໄຟຟ້າ ແລະ ວິສະວະກຳກົນຈັກ ທີ່ ຄະນະວິສະວະກຳສາດ, ມະຫາວິທະຍາໄລຊຽງໃໝ່, ປະເທດໄທ.

ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 7 ຂອງ ຜ-ຟຟລ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ຄະນະຜູ້ອຳນວຍການໃຫຍ່, ຜູ້ອຳນວຍຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ. ການມອບທຶນໃນຄັ້ງນີ້ ແມ່ນເປັນໄປຕາມແຜນການພັດທະນາບຸກຄະລາກອນ ແລະ ສອດຄ່ອງກັບບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ຜ-ຟຟລ ແລະ ມະຫາວິທະຍາໄລຊຽງໃໝ່ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 28 ກຸມພາ 2025.

ໂດຍມີຈຸດປະສົງໃນການສົົ່ງເສີມການຮ່ວມມືດ້ານການສຶກສາ, ການວິໄຈ ແລະ ການພັດທະນາສັກກະຍະພາບ ຂອງບຸກຄະລາກອນໃນສາຍງານພະລັງງານ ແລະ ໃນນັ້ນກໍແມ່ນການສະໜັບສະໜູນທຶນການສຶກສາ ໃນລະດັບປະລິນຍາໂທ ທີ່ຄະນະວິສະວະກໍາສາດ ມະຫາວິທະຍາໄລຊຽງໃໝ່ ຈໍານວນ 02 ທຶນ. ໂຄງການດັ່ງກ່າວແມ່ນການດຳເນີນສືບຕໍ່ ຈາກໂຄງການຮ່ວມມືລະຫວ່າງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ຖືເປັນໂຄງການຮ່ວມມືລະຫວ່າງສອງອົງກອນທີ່ມີມາຍາວນານ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ ແລະ ມີນັກສຶກສາ ທີ່ເປັນພະນັກງານ ຜ-ຟຟລ ທີ່ໄດ້ສຳເລັດການສຶກສາແລ້ວ ເປັນຈໍານວນ 14 ທ່ານ.

ໃນພິທີເປີດ, ທ່ານ ນາງ ໂພຄິນ ອັບໄພ ຮອງຜູ້ອໍານວຍການໃຫຍ່ ສາຍງານບໍລິຫານ EDL-Gen, ໄດ້ກ່າວເປີດງານ ແລະ ມອບໃບຢັ້ງຢືນການຮັບທຶນການສຶກສາໃຫ້ແກ່ພະນັກງານທັງ 02 ທ່ານ. ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບທຶນ ຈົ່ງສຸມໃສ່ການສຶກສາຮ່ຳຮຽນຢ່າງເຕັມເມັດເຕັມໜ່ວຍ ເພື່ອນຳເອົາຄວາມຮູ້, ທັກສະ ແລະ ເຕັກໂນໂລຊີໃໝ່ໆ ຈາກຕ່າງປະເທດ ກັບມາໝູນໃຊ້ເຂົ້າໃນການພັດທະນາອົງກອນ ກໍຄືຂະແໜງການພະລັງງານຂອງລາວໃຫ້ມີຄວາມທັນສະໄໝ ແລະ ຍືນຍົງ.
ຕົວແທນພະນັກງານທີ່ໄດ້ຮັບທຶນ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ມາຍັງຄະນະຜູ້ບໍລິຫານ ທີ່ໄດ້ໃຫ້ໂອກາດອັນມີຄ່ານີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຕັ້ງໃຈຮ່ຳຮຽນໃຫ້ສຳເລັດຕາມຄາດໝາຍ ເພື່ອກັບມາຮັບໃຊ້ສັງຄົມ ແລະ ອົງກອນຢ່າງສຸດຄວາມສາມາດ.

ການສົ່ງເສີມການສຶກສາໃນລະດັບສູງໃຫ້ແກ່ພະນັກງານ ແມ່ນໜຶ່ງໃນຍຸດທະສາດຫຼັກຂອງ ຜ-ຟຟລ ໃນການສ້າງບຸກຄະລາກອນໃຫ້ມີຄວາມເປັນມືອາຊີບ ເພື່ອຮອງຮັບກັບການເຕີບໂຕຂອງທຸລະກິດໄຟຟ້າໃນລະດັບພາກພື້ນ,.

EDL-Gen Holds 2026 Master’s Degree Scholarship Award Ceremony for Employees to Enhance Specialized Professional Capacity

[Vientiane Capital, 16 June 2026] – EDL-Generation Public Company (EDL-Gen) held its 2026 Master’s Degree Scholarship Award Ceremony for two employees who will pursue further studies in Electrical Engineering and Mechanical Engineering at the Faculty of Engineering, Chiang Mai University, Thailand.

The ceremony was officially held at the main conference room on the 7th floor of EDL-Gen, with the honorable attendance of the Board of Managing Directors, department directors, and relevant divisions. This scholarship award is part of the Company’s human resource development plan and is in line with the Memorandum of Understanding (MOU) on academic cooperation between EDL-Gen and Chiang Mai University, which was jointly signed on 28 February 2025.

The cooperation aims to promote collaboration in education, research, and capacity development for personnel in the energy sector, including the provision of two Master’s Degree scholarships at the Faculty of Engineering, Chiang Mai University. This program is a continuation of the long-standing cooperation between Electricité du Laos (EDL) and the Electricity Generating Authority of Thailand (EGAT), which has been implemented since 2002. To date, 14 EDL-Gen employees have successfully completed their studies under this cooperation program.

At the opening ceremony, Ms. Phokhine Apphay, Deputy Managing Director, CAO of EDL-Gen, delivered the opening remarks and presented the scholarship certificates to the two employees. She also emphasized that the scholarship recipients should fully devote themselves to their studies in order to acquire new knowledge, skills, and technologies from abroad, and apply them to the development of the organization as well as the Lao energy sector in a modern and sustainable manner.

On behalf of the scholarship recipients, a representative expressed sincere gratitude to the management for providing this valuable opportunity and pledged to study diligently and successfully complete the program as expected, so that they can return to serve society and the organization to the best of their abilities.

Promoting higher education for employees is one of EDL-Gen’s key strategies to develop professional human resources capable of supporting the growth of the electricity business at the regional level.

🎊ໂອກາດຂອງທ່ານມາຮອດແລ້ວ🎊📢 ປະກາດຮັບສະໝັກເພື່ອນຮ່ວມງານ ປະຈຳຢູ່ເຂື່ອນຕ່າງໆຂອງ ຜ-ຟຟລ 📢📣 ຮັບສະໝັກເພື່ອນຮ່ວມງານຫຼາຍຕຳເເໜ່ງ ສຳລັ...
10/06/2026

🎊ໂອກາດຂອງທ່ານມາຮອດແລ້ວ🎊

📢 ປະກາດຮັບສະໝັກເພື່ອນຮ່ວມງານ ປະຈຳຢູ່ເຂື່ອນຕ່າງໆຂອງ ຜ-ຟຟລ 📢

📣 ຮັບສະໝັກເພື່ອນຮ່ວມງານຫຼາຍຕຳເເໜ່ງ ສຳລັບທ່ານທີ່ມີຄວາມສົນໃຈຢາກເປັນຄອບຄົວດຽວກັນ ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ.

🔗ລິ້ງລົງທະບຽນສະໝັກວຽກ ແລະ ເບິ່ງລາຍລະອຽດເງື່ອນໄຂຂອງແຕ່ລະຕຳແໜ່ງ
https://edlgen.com.la/available-position/
✅ ລາຍລະອຽດເພີ່ມຕື່ມທ່ານສາມາດສອບຖາມໄດ້ທີ່ເບີພົວພັນ
021 316981, 020 59633668

ຜ-ຟຟລ ຈັດຝຶກອົບຮົມນຳໃຊ້ Software HEC-ResSim ເພື່ອເພີ່ມປະສິດທິພາບການບໍລິຫານຈັດການນ້ຳນອງຂອງເຂື່ອນໃນວັນທີ 8-12 ມິຖຸນາ 2026 ...
10/06/2026

ຜ-ຟຟລ ຈັດຝຶກອົບຮົມນຳໃຊ້ Software HEC-ResSim ເພື່ອເພີ່ມປະສິດທິພາບການບໍລິຫານຈັດການນ້ຳນອງຂອງເຂື່ອນ

ໃນວັນທີ 8-12 ມິຖຸນາ 2026 ທີ່ ຕຶກສູນຝຶກໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດການຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ Software HEC-ResSim ເຂົ້າໃນການບໍລິຫານຈັດການນ້ຳນອງ ຂອງເຂື່ອນ ຜ-ຟຟລ” ໂດຍມີ ທ່ານ ສີລິພົມ ແສງອ່ອນແກ້ວ, ຮອງຜູ້ອຳນວຍການໃຫຍ່ ສາຍງານຜະລິດ ຜ-ຟຟລ ເປັນປະທານໃນພິທີເປີດ, ມີຜູ້ເຂົ້າຮ່ວມຈາກເຂື່ອນທີ່ມີອ່າງເກັບນ້ຳຈຳນວນ 2 ທ່ານ ຕໍ່ເຂື່ອນ ແລະ ພະແນກ GHC, Dam Safety ຈຳນວນ 8 ທ່ານ, ຕາງໜ້າສະຖາບັນ ລັດວິສາຫະກິດໄຟຟ້າລາວ

ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບການຖ່າຍທອດຄວາມຮູ້ໂດຍ ວິທະຍາກອນ ຈາກ ບໍລິສັດ ວີນ ຄອນຊາວຕັນ ເອັນຈີເນຍລີ່ງ ໂດຍມີຈຸດປະສົງເພື່ອຍົກລະດັບຄວາມຮູ້ ແລະ ທັກສະຂອງພະນັກງານໃນການນຳໃຊ້ໂປຣແກຣມ HEC-ResSim ສຳລັບການຈຳລອງ ແລະ ບໍລິຫານອ່າງເກັບນ້ຳຂອງເຂື່ອນ ໃຫ້ມີຄວາມຖືກຕ້ອງ, ທັນສະໄໝ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ໃນພິທີເປີດ, ທ່ານ ສີລິພົມ ໄດ້ກ່າວວ່າ ການບໍລິຫານຈັດການນ້ຳນອງ ແລະ ການຄວບຄຸມລະດັບນ້ຳໃນອ່າງເກັບນ້ຳ ເປັນພາລະກິດສຳຄັນຕໍ່ການດຳເນີນງານຂອງເຂື່ອນໄຟຟ້າ. ໃນສະພາບທີ່ການປ່ຽນແປງດິນຟ້າອາກາດສົ່ງຜົນໃຫ້ປະລິມານນ້ຳຝົນ ແລະ ການໄຫຼຂອງນ້ຳມີຄວາມຜັນຜວນຫຼາຍຂຶ້ນ, ການນຳໃຊ້ເຕັກໂນໂລຊີ ແລະ ຊອບແວທີ່ທັນສະໄໝ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ເພື່ອຊ່ວຍໃນການວາງແຜນ, ຈຳລອງສະຖານະການ ແລະ ຕັດສິນໃຈດ້ານການບໍລິຫານນ້ຳໃຫ້ມີປະສິດທິຜົນສູງສຸດ.

ທ່ານຍັງໄດ້ເນັ້ນຢ້ຳວ່າ Software HEC-ResSim ເປັນເຄື່ອງມືທີ່ຖືກນຳໃຊ້ຢ່າງແຜ່ຫຼາຍໃນລະດັບສາກົນ ສຳລັບການຈຳລອງ ແລະ ຄວບຄຸມການດຳເນີນງານຂອງອ່າງເກັບນ້ຳ. ການນຳໃຊ້ໂປຣແກຣມດັ່ງກ່າວຈະຊ່ວຍໃຫ້ ຜ-ຟຟລ ສາມາດຫຼຸດຜ່ອນການສູນເສຍນ້ຳຜ່ານທາງ Spillway, ເພີ່ມປະສິດທິພາບການກັກເກັບນ້ຳ, ສະໜັບສະໜູນການຄວບຄຸມໄພນ້ຳຖ້ວມໃນລະດູຝົນ, ຮັບປະກັນການສະໜອງພະລັງງານໃນລະດູແລ້ງ ແລະ ສົ່ງເສີມການຜະລິດໄຟຟ້າໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.

ສຳລັບການຝຶກອົບຮົມຄັ້ງນີ້ ຍັງມີເປົ້າໝາຍເພື່ອພັດທະນາຂີດຄວາມສາມາດຂອງບຸກຄະລາກອນໃນການນຳໃຊ້ການຈຳລອງຂໍ້ມູນ ເພື່ອວິເຄາະ ແລະ ຄົ້ນຫາຄ່າຕົວແປທີ່ເໝາະສົມຕໍ່ການຜະລິດກະແສໄຟຟ້າ, ພ້ອມທັງຍົກລະດັບວຽກງານຄວາມປອດໄພເຂື່ອນ ແລະ ການບໍລິຫານຊັບພະຍາກອນນ້ຳໃຫ້ສອດຄ່ອງກັບມາດຕະຖານສາກົນ.
ການຝຶກອົບຮົມດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ຜ-ຟຟລ ໃນການນຳເອົານະວັດຕະກຳ ແລະ ເຕັກໂນໂລຊີສະໄໝໃໝ່ ມາປະຍຸກໃຊ້ໃນການບໍລິຫານຈັດການເຂື່ອນໄຟຟ້າ ເພື່ອເພີ່ມປະສິດທິຜົນການຜະລິດໄຟຟ້າ, ສ້າງຄວາມປອດໄພໃຫ້ແກ່ຊຸມຊົນ ແລະ ສົ່ງເສີມການພັດທະນາພະລັງງານນ້ຳຢ່າງຍືນຍົງ.

EDL-Gen Organizes Training on the Use of HEC-ResSim Software to Enhance Reservoir Flood Management Efficiency

From June 8-12, 2026, at the Lao Electricity Training Center building, EDL-Generation Public Company (EDL-Gen) organized a training course on the topic “The Use of HEC-ResSim Software for Reservoir Flood Management of EDL-Gen Hydropower Plants.”

The opening ceremony was chaired by Mr. Siliphom Sengonkeo, Deputy Managing Director for Generation Division of EDL-Gen, Participants included two representatives from each hydropower plant with a reservoir, eight representatives from the GHC and Dam Safety departments, and representatives from the Electricité du Laos Institute.

The training was delivered by trainers from Win Consultant Engineering Co., Ltd. Its objective was to enhance employees’ knowledge and skills in using the HEC-ResSim program for reservoir simulation and management, enabling more accurate, modern, and effective hydropower reservoir operations.

At the opening ceremony, Mr. Siliphom stated that reservoir flood management and reservoir water-level control are important missions in hydropower plant operations. In the context of climate change, rainfall and water flows have become increasingly variable. Therefore, the use of modern technology and software is essential to support planning, scenario simulation, and decision-making in water management for maximum effectiveness.

He also emphasized that HEC-ResSim is a tool widely used internationally for simulating and controlling reservoir operations. The use of this software will help EDL-Gen reduce water loss through spillways, improve water storage efficiency, support flood control during the rainy season, ensure energy supply during the dry season, and promote stable and sustainable electricity generation.

This training also aims to develop personnel capacity in using data simulation to analyze and identify suitable parameters for electricity generation, while also strengthening dam safety work and water resource management in line with international standards.

The training reflects EDL-Gen’s commitment to applying innovation and modern technology in hydropower plant management to enhance electricity generation efficiency, ensure community safety, and promote sustainable hydropower development.

08/06/2026

ພາລະກິດການກວດກາຄຸນນະພາບນ້ຳ ຢູ່ເຂື່ອນໄຟຟ້ານ້ຳຄານ 2-3

ແຈ້ງການ: ການນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ (ໃບເກັບເງິນອາກອນມູນຄ່າເພີ່ມແບບອີເລັກໂຕຣນິກ)ບໍລິສັດ ຜະລິດ-ໄຟຟ້າລ...
05/06/2026

ແຈ້ງການ: ການນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ (ໃບເກັບເງິນອາກອນມູນຄ່າເພີ່ມແບບອີເລັກໂຕຣນິກ)

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງ ບັນດາບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບວ່າ: ບໍລິສັດພວກເຮົາໄດ້ຮັບອະນຸຍາດຈາກ ກະຊວງການເງິນ ກົມສ່ວຍສາອາກອນ ໃຫ້ນຳໃຊ້ລະບົບເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຢ່າງເປັນທາງການ ຕາມເອກະສານເລກທີ 2262/ກສອ, ລົງວັນທີ 20 ເມສາ 2026.
ດັ່ງນັ້ນ, ບໍລິສັດຈິ່ງໄດ້ແຈ້ງເຖິງບັນດາບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຮັບຊາບ.

ຜ-ຟຟລ ແລະ ບັນດາເຂື່ອນໄຟຟ້າ ສ້າງກິດຈະກຳ ປູກຕົ້ນໄມ້-ປ່ອຍປາ ສ້າງສົມດຸນແກ່ ທຳມະຊາດປີເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ຄົບຮອບ 5...
05/06/2026

ຜ-ຟຟລ ແລະ ບັນດາເຂື່ອນໄຟຟ້າ ສ້າງກິດຈະກຳ ປູກຕົ້ນໄມ້-ປ່ອຍປາ ສ້າງສົມດຸນແກ່ ທຳມະຊາດ

ປີເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນວັນທີ 5 ມິຖຸນາ ຄົບຮອບ 27 ປີ ປະຈຳປີ 2026 ພ້ອມທັງ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ໃນວັນທີ 1 ມິຖຸນາ 2026, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍ ບັນດາເຂື່ອນໄຟຟ້າ ທີ່ຕົນເອງຄຸ້ມຄອງ ໄດ້ພ້ອມໃຈກັນ ຈັດກິດຈະກຳດ້ານສິ່ງແວດລ້ອມ ຂຶ້ນຢ່າງກວ້າງຂວາງ ຢູ່ບັນດາເຂື່ອນໄຟຟ້າຂອງຕົນ ເພື່ອຮ່ວມສືບສານ ແລະ ສ້າງຈິດສຳນຶກ ໃນການອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມຢ່າງຍືນຍົງ.

ສຳລັບການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປະຈຳປີ 2026 ໃນປີນີ້ ດຳເນີນພາຍໃຕ້ຄຳຂວັນ:

“ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈ ຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ” “Now for Climate”

ໃນຖານະເປັນ ບໍລິສັດຜະລິດພະລັງງານໄຟຟ້າຈາກພະລັງງານນ້ຳ ຂອງຊາດ ແລະ ເປັນບໍລິສັດມະຫາຊົນ ທີ່ຈົດທະບຽນ ຢູ່ໃນຕະຫຼາດຫຼັກຊັບລາວ, ຜ-ຟຟລ ໃຫ້ຄວາມສຳຄັນຢ່າງສູງ ຕໍ່ການບໍລິຫານດ້ານສິ່ງແວດລ້ອມ, ການອະນຸລັກຊັບພະຍາກອນທຳມະຊາດ ແລະ ການພັດທະນາຄວບຄູ່ກັບຊຸມຊົນ ເພື່ອສ້າງການເຕີບໂຕ ທີ່ຍືນຍົງ ແລະ ຮັບຜິດຊອບ ຕໍ່ສັງຄົມ.

ບັນດາກິດຈະກຳທີ່ ຜ-ຟຟລ ແລະ ບັນດາເຂື່ອນໄຟຟ້າ ໄດ້ຈັດຂຶ້ນໃນຄັ້ງນີ້ ບໍ່ພຽງແຕ່ ເປັນການຮ່ວມສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເທົ່ານັ້ນ ແຕ່ຍັງສະທ້ອນໃຫ້ເຫັນເຖິງ ຄວາມມຸ່ງໝັ້ນ ຂອງ ຜ-ຟຟລ ໃນການບໍລິຫານພະລັງງານຄວບຄູ່ກັບ ການຮັກສາສິ່ງແວດລ້ອມ, ການຟື້ນຟູລະບົບນິເວດ ແລະ ການສ້າງຈິດສຳນຶກ ໃຫ້ແກ່ພະນັກງານ, ຊຸມຊົນ ແລະ ເຍົາວະຊົນ ໃນການຮ່ວມກັນດູແລທຳມະຊາດ ເພື່ອອະນາຄົດທີ່ຍືນຍົງຂອງປະເທດລາວ.

EDL-Gen and Its Hydropower Plants Organize Tree Planting and Fish Releasing Activities to Restore Ecological Balance

On the occasion of the 53rd anniversary of World Environment Day and the 27th anniversary of Lao National Environment Day on June 5, 2026, as well as the celebrations of the 102nd anniversary of International Children’s Day and the 46th anniversary of National Arbor Day, on June 1, 2026, EDL-Generation Public Company (EDL-Gen) together with its managed hydropower plants organized wide-ranging environmental activities across their project sites to promote environmental awareness and encourage the sustainable conservation of natural resources and the environment.

The celebration of World Environment Day and Lao National Environment Day 2026 is being held under the slogan:
“It is time for us to care for a brighter and fresher climate”
“Now for Climate”

As the nation’s hydropower producer and a public company listed on the Lao Securities Exchange, EDL-Gen places great importance on environmental management, natural resource conservation, and community-inclusive development in order to ensure sustainable growth and social responsibility.

These activities organized by EDL-Gen and its hydropower plants not only commemorate World Environment Day and Lao National Environment Day, but also reflect the company’s strong commitment to balancing energy development with environmental protection, ecosystem restoration, and environmental awareness among employees, communities, and youth in order to build a sustainable future for Laos.

EDL-Gen ຕິດຕາມ ແລະ ກວດກາຄຸນນະພາບນ້ຳ ເພື່ອສ້າງຄວາມໝັ້ນໃຈດ້ານຄວາມປອດໄພ ແລະ ສິ່ງແວດລ້ອມຫວ່າງບໍ່ດົນມານີ້, ທີມງານວິຊາການດ້ານສ...
04/06/2026

EDL-Gen ຕິດຕາມ ແລະ ກວດກາຄຸນນະພາບນ້ຳ ເພື່ອສ້າງຄວາມໝັ້ນໃຈດ້ານຄວາມປອດໄພ ແລະ ສິ່ງແວດລ້ອມ

ຫວ່າງບໍ່ດົນມານີ້, ທີມງານວິຊາການດ້ານສິ່ງແວດລ້ອມ ແລະ ຊຸມຊົນ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລົງຕິດຕາມ ແລະ ກວດກາຄຸນນະພາບນ້ຳ ຢູ່ບໍລິເວນໜ້າອ່າງເກັບນ້ຳ, ທ້າຍໂຮງຈັກ, ນໍ້າດື່ມ ແລະ ນໍ້າໃຊ້ ສຳລັບພະນັກງານ ຂອງບັນດາເຂື່ອນໄຟຟ້າ ທີ່ EDL-Gen ຄຸ້ມຄອງ.

ການກວດກາໃນຄັ້ງນີ້ ໄດ້ດຳເນີນໃນໄລຍະເດືອນ ພຶດສະພາ 2026 ໂດຍທີມງານວິຊາການສິ່ງແວດລ້ອມ ຂອງ EDL-Gen ຜ່ານການນຳໃຊ້ເຄື່ອງມືວັດແທກຄຸນນະພາບນ້ຳ ເພື່ອວັດຄ່າດ້ານເຕັກນິກ ຢູ່ເຂື່ອນໄຟຟ້າ ນ້ຳຄານ 2-3, ນ້ຳສະນາ, ນ້ຳຊອງ, ນ້ຳງືມ 1 ແລະ ນ້ຳມັງ 3.

ການຕິດຕາມ ແລະ ກວດກາຄຸນນະພາບນ້ຳ ແມ່ນໜຶ່ງໃນວຽກງານສຳຄັນ ຂອງ EDL-Gen ໃນການບໍລິຫານດ້ານສິ່ງແວດລ້ອມ ແລະ ຄວາມປອດໄພຂອງຊຸມຊົນ ໂດຍສະເພາະຊຸມຊົນທີ່ອາໄສຢູ່ທ້າຍເຂື່ອນ. ການກວດສອບເປັນປະຈຳ ຊ່ວຍໃຫ້ບໍລິສັດ ສາມາດຕິດຕາມສະພາບນ້ຳ ແລະ ປະເມີນຜົນກະທົບດ້ານສິ່ງແວດລ້ອມໄດ້ຢ່າງທັນເວລາ.

ທີມງານໄດ້ກວດວັດຄ່າສຳຄັນຫຼາຍດ້ານ ປະກອບມີ:

ຄ່າຄວາມຂຸ່ນ (Turbidity)

ຄ່າຄວາມເປັນກົດ-ດ່າງ (pH)

ປະລິມານອົກຊີແຊນລະລາຍໃນນ້ຳ (DO)

ຜົນການກວດກາໂດຍລວມ ພົບວ່າ ຄຸນນະພາບນ້ຳ ຢູ່ໃນເກນມາດຕະຖານ ແລະ ນ້ຳທີ່ຜ່ານການຜະລິດໄຟຟ້າຈາກກັງຫັນ ຍັງຄົງເປັນນ້ຳທຳມະຊາດ ທີ່ບໍ່ມີການເພີ່ມສານເຄມີ ຫຼື ສານປົນເປື້ອນໃດໆ ໃນຂະບວນການຜະລິດໄຟຟ້າ. ນ້ຳທີ່ໄຫຼຜ່ານກັງຫັນໄຟຟ້າ ແມ່ນນ້ຳທີ່ຖືກນຳໃຊ້ພຽງແຕ່ເພື່ອຜະລິດພະລັງງານ ແລະ ຖືກປ່ອຍຄືນສູ່ທ້າຍນ້ຳຕາມທຳມະຊາດ ຢ່າງປອດໄພ.

ໃນຖານະເປັນບໍລິສັດມະຫາຊົນ ທີ່ຈົດທະບຽນຢູ່ໃນ ຕະຫຼາດຫຼັກຊັບລາວ, EDL-Gen ໃຫ້ຄວາມສຳຄັນຕໍ່ຄວາມໂປ່ງໃສ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການດຳເນີນວຽກງານຕາມຫຼັກການ ໂດຍການຕິດຕາມຄຸນນະພາບນ້ຳ ແລະ ສິ່ງແວດລ້ອມ ແມ່ນພັນທະ ແລະ ໜ້າທີ່ສຳຄັນ ທີ່ບໍລິສັດດຳເນີນຢ່າງຕໍ່ເນື່ອງ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຖືຮຸ້ນ, ຊຸມຊົນ ແລະ ສັງຄົມ.

EDL-Gen Monitors and Inspects Water Quality to Ensure Safety and Environmental Confidence

Recently, the Environment and Community Technical Team of EDL-Generation Public Company (EDL-Gen) conducted field monitoring and water quality inspections at reservoir areas, downstream of powerhouses, drinking water sources, and utility water used by employees at hydropower projects managed by EDL-Gen.

The inspection was carried out in May 2026 by EDL-Gen’s environmental technical team using water quality measurement equipment to assess key technical parameters at the Nam Khan 2-3, Nam Sana, Nam Song, Nam Ngum 1, and Nam Mang 3 hydropower plants.

Water quality monitoring and inspection is one of EDL-Gen’s important activities in environmental management and community safety, particularly for communities living downstream of hydropower dams. Regular inspections enable the company to monitor water conditions and assess environmental impacts in a timely manner.

The team measured several important water quality parameters, including:

• Turbidity

• pH (Potential of Hydrogen / acidity-alkalinity level)

• Dissolved Oxygen (DO) in water

Overall, the inspection results showed that water quality remained within standard criteria. Water that passes through the hydropower turbines remains natural water, with no added chemicals or contaminants during the electricity generation process.

The water flowing through the turbines is used solely for power generation and is safely released back downstream in accordance with natural flow conditions.

As a public company listed on the Lao Securities Exchange, EDL-Gen places strong emphasis on transparency, social responsibility, and operations. Continuous monitoring of water quality and the environment is an important obligation and responsibility that the company carries out to build confidence among shareholders, local communities, and society.

02/06/2026

ຜ-ຟຟລ ຈັດກິດຈະກຳ “ປູກຕົ້ນໄມ້ ແລະ ປ່ອຍປາ ປະຈຳປີ 2026”

ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ🎉🎉
01/06/2026

ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ🎉🎉

Address

Vientiane
2392

Alerts

Be the first to know and let us send you an email when EDL-Generation Public Company posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to EDL-Generation Public Company:

Share

Category