10/06/2026
ເຫດຜົນທີ່ລາວ (Unitel) ຕ້ອງຊື້ລິຂະສິດບານໂລກ ຍ້ອນມັນເປັນມາລະຍາດທາງສັງຄົມ ແລະ ສິ່ງທີ່ຖືກຕ້ອງທີ່ສາກົນຍອມຮັບ...
ຄົນລາວຫຼາຍຄົນອາດຈະຕິດນິດໄສຊື້ເຄື່ອງຖືກ(ເຄື່ອງກ໋ອບປີ້) ຟັງເພງເບິ່ງໜັງເຖື່ອນ(CDແຜ່ນ5ພັນ)...ໃນລາວອາດເປັນເລື່ອງປົກກະຕິ(ມີກົດໝາຍລິຂະສິດຢູ່ແຕ່ບໍ່ຖຶກປະຕິບັດ) ແຕ່ຕ່າງປະເທດມັນຜິດກົດໝາຍ ຈັບແລະປັບໄໝກັນອຶກກະທຶກ. ອາດເວົ້າໄດ້ວ່າ ຄົນລາວຍັງຕິດຢູ່ຍຸກອານາລ໋ອກອີຫຍັງກໍ່ຟຣີ ຫຼື ລາຄາຖືກ...ແຕ່ທົ່ວໂລກເຂົາຢູ່ໃນຍຸກດິຈິຕ໋ອນທີ່ຕ້ອງລົງທຶນແຂ່ງຂັນກັນສູງ.
Unitel ເປັນຫົວໜ່ວຍທຸລະກິດທຳອິດຂອງລາວ ທີ່ຊື້ລິຂະສິດບານໂລກຈາກ FIFA ໂດຍກົງ ກໍ່ເພື່ອເຮັດໃຫ້ມັນຖືກຕ້ອງຕາມກົດໝາຍສາກົນ...ກ່ອນໜ້ານີ້ ລາວໄດ້ເບິ່ງບານໂລກຟຣີ ຍ້ອນວ່າເຮົາອາໄສເກາະເບິ່ງນຳປະເທດອ້ອມຂ້າງ(ເຂົາຈ່າຍເງິນຊື້ ລາວເຮົາເບິ່ງຟຣີໆ ແບບບໍ່ອອກເງິນຈັກກີບ).
Unitel ຂາຍແພັກເກັດ ສິດເບິ່ງບານໂລກ ພ້ອມກັບ ດາຕ້າອິນເຕີເນັດ ແລະ ບາງແພັກເກັດດາຕ້າທີ່ຄົນໃຊ້ປົກກະຕິ ກໍ່ແຖມສິດເບິ່ງບານໂລກໃຫ້ເລີຍອັດຕະໂນມັດ...ເຂົາພໍເຫັນທຶນແລະກຳໄລຢູ່.
ຄົນລາວທີ່ນຳໃຊ້ເບີອີນເຕີເນັດຫຼັກ 9 ມີປະມານ 3.5 ລ້ານເບີ ປົກກະຕິແຕ່ລະເດືອນ Unitel ກໍ່ໄດ້ຄ່າບໍລິການອິນເຕີເນັດບໍ່ຕ່ຳກວ່າ 150 ຕື້ກີບຢູ່ແລ້ວ(ບໍ່ນັບລວມລາຍໄດ້ຈາກແຫຼ່ງອື່ນໆໃນເຄື່ອຂອງ Unitel)...ຊ່ວງບານໂລກຍິ່ງໄດ້ຖານລູກຄ້າໃໝ່ເພີ່ມ ແລະ ຍັງມີຜະລິດຕະພັນທີ່ປິ່ນອ້ອມອີກ.
ທ່ານຕ້ອງເຂົ້າໃຈອີກເລື່ອງໜຶ່ງ ລາວໄດ້ຄ່າລິຂະສິດບານໂລກບໍ່ໄດ້ແພງ ແຕ່ລະປະເທດຈ່າຍບໍ່ເທົ່າກັນ ບາງປະເທດເປັນພັນລ້ານ ຮ້ອຍລ້ານ ຫຼື ຫຼາຍສິບລ້ານ ໂດລາ ຂຶ້ນກັບເງື່ອນໄຂຂອງແຕ່ລະປະເທດ...ແຕ່ລາວໄດ້ຄ່າລິຂະສິດພຽງແຕ່ ຫຼັກລ້ານໂດລາ (2-3ລ້ານໂດລາ ຫຼື 55-65ຕື້ກີບ). Unitel ຊັງຊາແລ້ວທຽບໃສ່ລາຍໄດ້ຂອງຕົນ ຢ່າງຕໍ່າ 150 ຕື້ຕໍ່ເດືອນແລ້ວ...ຈັງໃດກໍ່ຄຸ້ມຄ່າໃນໄລຍະຍາວ...ເພາະ Unitel ບໍ່ໄດ້ກຳໄລເປັນເງິນຢ່າງດຽວ ແຕ່ຈະໄດ້ເຄດິດຈາກສາກົນ ເປັນທີ່ຍອມຮັບຈາກນານາຊາດ ແລະ ອາດຈະໄດ້ສິດໃນການແຂ່ງຂັນລະດັບໂລກອື່ນໆ.
ຖ້າຄົນລາວຢາກກ້າວເດີນພ້ອມສາກົນ ກໍ່ຕ້ອງຄິດ ແລະ ລົງທຶນຮ່ວມສາກົນ...ເຮົາມີເງິນບໍ່ຫຼາຍເຂົາກໍ່ໃຫ້ຈ່າຍຕາມເງິນທີ່ເຮົາມີ...ຈະມາອີ່ຫຍັງກໍ່ຟຣີໆ ໃຊ້ລ້າໆ ມັນໝົດຍຸກສະໄໝໄປແລ້ວ.